ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 15:55:53    
ປີ​ນີ້, ຈີນ​ໄດ້​ອັດ​ແລະ​ຢຸດ​ໃຊ້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ​ຂະ​ໜາດ​ນ້ອຍ 4 ລ້ານ 7 ​ແສນ​ກິ​ໂລ​ວັດ

cri
ຕາມ​ຂ່າວ CRI: ວັນ​ທີ 25 ​ເມສາ​ນີ້, ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່​ງລັດ​ຈີນ​ແຈ້ງ​ຂ່າວ​ວ່າ, ນັບ​ແຕ່​ຕົ້ນ​ປີມາ​ຮອດ​ວັນ​ທີ 15 ​ເມສາ​ນີ້, ຈີນ​ໄດ້ອັດ​ແລະ​ຢຸດ​ໃຊ້​ເຄື່ອງຈັກ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ນ້ອຍ 4 ລ້ານ 7 ​ແສນ​ກິ​ໂລວັດ​ແລ້ວ. ຕາມ​ການ​ຄິດ​ໄລ່, ​ເມື່ອ​ອັດ​ແລະ​ຢຸດ​ໃຊ້​ເຄື່ອງຈັກ​ຜະລິດ​ໄຟຟ້າ​​ເຫຼົ່ານີ້​ແລ້ວ, ແຕ່ລະ​ປີ, ຈະສາມາດ​ປະຢັດ​ຖ່ານ​ຫີນ 7 ລ້ານ​ກວ່າ​ໂຕນ, ຫຼຸດການ​ລະບາຍ​ຊຸນ​ເຟິດີ​ອອກ​ສິດ 1 ​ແສນ 2 ໝື່ນ​ໂຕນ, ກາກ​ບອນ​ດີ​ອອກ​ສິດ 14 ລ້ານ​ກວ່າ​ໂຕນ.

ຂ່າວ​ແຈ້ງວ່າ, ​ເພື່ອ​ປັບປຸງ​ໂຄງ​ປະກອບ​ພະລັງ​ໄຟຟ້າ, ປະຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ, ປີ​ນີ້, ຈີນ​ມີ​ແຜນ​ຈະ​ອັດ​ແລະ​ຢຸດ​ໃຊ້ເ​ຄື່ອງຈັກ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ຂະໜາດ​ນ້ອຍ​ທັງໝົດ 13 ລ້ານກິ​ໂລວັດ, ປະຈຸ​ບັນ, ວຽກ​ງານ​ນີ້​ກຳ​ລັງດຳ​ເນີນ​ຢ່າງ​ສະດວກ.