ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 17:21:12    
ແຕ່​ລະ​ປີ, ຊາວ​ກະ​ສິ​ກອນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ​ຈາກ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອງ​ຈີນ​ຫຼາຍ​ກວ່າ 50 ລ້ານ​ຄົນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ວາງ​ຈ້ຽນກົວ ຫົວໜ້າ​ຫ້ອງການ​ພັດທະນາ​ກະສິກຳ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ນັບ​ແຕ່​ໄດ້​ປະຕິບັດ​ວຽກ​ງານ​ພັດທະນາ​ກະສິກຳ​​ແບບສັງ​ລວມ​, ອອກ​ແຮງ​ດຳ​ເນີນ​ການ​ດັດແປງ​ນາ​ທີ່​ໄດ້ຜົນຜະລິດ​ປານ​ກາງ​ແລະ​ໜ້ອຍ​ແລະ​​ເຮັດທຸລະ​ກິດ​ແບບ​ອຸດສາຫະກຳ​ກະສິກຳ​ແລ້ວ, ​ໃນ​ປີ​ມໍ່ໆ​ມາ​ນີ້, ​ແຕ່ລະ​ປີ​ກໍ່​ມີ​ຊາວ​ກະສິກອນ 50 ລ້ານ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ, ​ໄດ້​ເຮັດ​ໃຫ້​ກະສິກຳ​ເພີ່ມ​ຜົນ​ຜະລິດ​ແລະ​ໃຫ້​ຊາວ​ກະ​ສິກ​ອນ​ເພີ່ມ​ລາຍ​ໄດ້.

ຂ່າວ​ແຈ້ງວ່າ, ​ນັບ​ແຕ່​ປີ 1988 ທີ່​ຈີນໄດ້ປະຕິບັດ​ວຽກ​ງານ​ພັດທະນາ​ກະສິກຳ​ແບບ​ສັງ​ລວມ​ເປັນ​ຕົ້ນ​ມາ, ​ເຂດ​​ໂຄງການ​ໄດ້​ເພີ່ມ​ຄວາມ​ສາມາດ​ຜະລິດ​ສະບຽງ​ອາຫານ 89 ຕື້ 300 ລ້ານ​ກິ​ໂລ, ຄວາມ​ສາມາດ​ຜະລິດອກຝ້າຍ 1 ຕື້ 700 ລ້ານ​ກິ​ໂລ, ຄວາມ​ສາມາດ​ຜະລິດ​ພືດນ້ຳ​ມັນ 4 ຕື້ 400 ລ້ານ​ກິ​ໂລ.

ຫຼາຍປີ​ມາ​ນີ້, ​ໂດຍ​ຜ່ານ​ການດັດ​ແປງ​ນາ​ທີ່​ໄດ້ຜົນຜະລິດ​ປານ​ກາງ​ແລະ​ໜ້ອຍ, ​ແຕ່​ລະ​ປີ​ໄດ້​ເຮັດ​ໃຫ້​ຊາວ​ກະສິກອນປະມານ 30 ລ້ານ​ຄົນໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ, ​ໂດຍ​ຜ່ານ​ການສະໜັບສະ​ໜູນ​ໂຄງການ​ທຸລະກິດ​ແບບ​ອຸດສາຫະກຳ​ຂອງກະສິກຳ, ​ແຕ່ລະ​ປີ, ​ເຮັດ​ໃຫ້​ຊາວ​ກະສິກອນປະມານ 22 ລ້ານ​ຄົນມີ​ລາຍ​ໄດ້​​ເພີ່ມ​ຂຶ້ນ​ໂດຍ​ກົງ.