ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 17:25:31    
ເຂດ​ຕິ​ເບ​ດຮັບ​ຄະນະ​ນັກທ່ອງ​ທ່ຽວພາຍ​ໃນ​ປະ​ເທດ​ຄືນ​ໃໝ່ ຕະຫຼາດ​ທ່ອງ​ທ່ຽວ​ຟື້ນ​ຟູ​​ເປັນ​ປົກກະຕິ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ນັບ​ແຕ່​ວັນ​ທີ 24 ​ເມສາ​ນີ້​ເປັນ​ຕົ້ນ​ມາ,ຄຽງ​ຄູ່​ກັບ​ຄະນະ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດຈີນ​ຈຳນວນ​ໜຶ່ງ​ທະ​ຍອຍ​ເດີນທາງ​​ໄປຮອດ​ນະຄອນ​ລາຊາ,ຕະ​ຫຼາດ​ທ່ອງ​ທ່ຽວຂອງ​ເຂດ​ຕິ​ເບ​ດທີ່​ຖືກ​ກະທົບ​ກະ​ເທືອນ​ຍ້ອນ​​ເຫດການ 14 ມີນານັ້ນ​ໄດ້​ເລີ່​ມຟື້ນ​ຟູ​ຢ່າງ​​ເປັນ​ປົກກະຕິ.

ເຈົ້າ​ໜ້າ​ທີ່​ພະ​​ແນ​ກທ່ອງ​ທ່ຽວ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ,​ເຫດການ 14 ມີນາ​ໄດ້​ກະທົບ​ເຖິງ​ການ​ພັດທະ​ນາ​ຂອງ​ການ​ທ່ອງ​ທ່ຽວ​ເຂດ​ຕິ​ເບ​ດຢ່າງ​ໜັກໜ່ວງ,​ຫຼັງ​ຈາກ​ເຫດການ​ດັ່ງກ່າວ,ບໍລິສັດທ່ອງ​ທ່ຽວ​ຕ່າງໆໄດ້​ເຊົາ​ຮັບ​ຄະນະນັກ​ທ່ອງ​ທ່ຽວ​ມາ​ເຂດ​ຕິ​ເບ​ດຊົ່ວຄາວ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ.

ປະຈຸ​ບັນ,ການ​ຜະລິດ​ແລະ​ຊີວິດການ​ເປັນ​ຢູ່​ຂອງປະ​ຊາຊົນ​ໃນ​ເຂດ​ຕິ​ເບດ​ພວມ​ຟື້ນ​ຟູ​​ຄືນ​ສູ່​ສະພາບ​ປົກກະຕິ​ເປັນ​ກ້າວໆ,ສະ​ພາບ​ສັງຄົມ​ດີ​ຂຶ້ນ​ເລື້ອຍໆ,ບໍລິສັດທ່ອງ​ທ່ຽວ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ເລີ່​ມຮັບ​ຄະນະນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ພາຍ​ໃນ​ປະ​ເທດ​ຈີນ​ແລ້ວ.