ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 17:31:45    
ຈີນ​ຈະ​ຜ່ານ​ຈາກ​ການ​ພັດ​ທະນາ​ເສດ​ຖະ​ກິດ​ກາກ​ບອນ​ຕ່ຳ​ມາ​ເພີ່ມ​ທະວີ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ​ເມສາ​ນີ້,ທ່ານ​ອູ​ສຽວ​ຊີ່​ງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຕັ້ງໜ້າ​ນຳ​​ໃຊ້​ນະ​ໂຍບາຍ​,ອອກ​ແຮງ​ພັດທະນາ​ເສດຖະກິດ​ທີ່​ມີກາກ​ບອນ​ຕ່ຳ,​​ເພື່ອເພີ່ມ​ທະວີ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ.

ເວທີ​ປຶກສາ​ຫາລື​ສາກົນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ພວມ​ດຳ​ເນີນ​ຢູ່​ປັກ​ກິ່ງ.​ໃນ​ເວທີ​ປຶກສາ​ຫາລື​ດັ່ງກ່າວ,ທ່ານ​ອູ​ສຽວ​ຊີ່​ງກ່າວ​ວ່າ,ຈີນ​ຈະ​ເລັ່ງລັດຄົ້ນຄວ້າ​ການວາງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ກາກ​ບອນ​ຕ່ຳ​​ແຫ່ງຊາດ,​ເອົາ​ໃຈ​ໃສ່​ນຳ​ການ​ຍົກ​ສູງຫົວຄິດປະດິດສ້າງຢ່າງ​ເປັນ​​ເຈົ້າການໃນ​ການ​ພັດທະນາ​ເຕັກນິກ​ແລະ​ຜະລິດ​ຕະພັນ​ທີ່​ມີກາກ​ບອນ​ຕ່ຳ,ຊຸກຍູ້​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ພາຍ​​ໃນ​ປະ​ເທດ,ຮັບ​ມື​ກັບ​ການ​​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ.

ເສດ​ຖະກິດ​ກາກ​ບອນ​ຕ່ຳ​ໝາຍ​ຄວາມ​ວ່າ,​ເສດຖະກິດ​ທີ່​ຖື​ການ​ສິ້ນ​​ເບືອງພະ​ລັງ​ງານ​ໜ້ອຍ​ແລະ​ສ້າງ​ມົນ​ລະ​ພິດ​ໜ້ອຍ​ເປັນ​ພື້ນ​ຖານ.ປະຈຸ​ບັນ,ສັງຄົມ​ແລະ​ເສດຖະກິດ​ຈີນ​ພວມ​ຢູ່​ໃນ​ໄລຍະ​ທີ່​ສະພາບ​ແວດ​ລ້ອມ​ເສດຖະກິດ​ຖືກ​ຜູກ​ມັດ​ຢ່າງ​ໜັກ​ໜ່ວງ.ບຸກຄົນ​ໃນ​ວົງ​ການ​ນີ້​ເຫັນ​ວ່າ,ການ​ພັດທະນາ​ເສດຖະກິດ​ກາກ​ບອນ​ຕ່ຳ​ໄດ້​ສະໜອງ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຈີນ.