|
 |
(GMT+08:00)
2008-04-25 18:04:50
|
 |
ການສົນທະນາລະດັບສູງກ່ຽວກັບເສດຖະກິດການຄ້າຈີນເອີລົບຄັ້ງປະຖົມມະເລີກຈັດຂຶ້ນຢູ່ປັກກິ່ງ
cri
Author: cai
ຕາມຂ່າວCRI:ວັນທີ 25 ເມສານີ້,ການສົນທະນາລະດັບສູງກ່ຽວກັບເສດຖະກິດການຄ້າຈີນເອີລົບຄັ້ງປະຖົມມະເລີກໄດ້ຈັດຂຶ້ນຢູ່ປັກກິ່ງ,ທ່ານວາງຊີຊ່ານ ຮອງນາຍົກລັດຖະມົນຕີຈີນແລະທ່ານປີເຕີ ມັນເດວເຊິນ ກຳມະການການຄ້າສະຫະພາບເອີລົບໄດ້ຮ່ວມກັນເປັນເຈົ້າພາບຈັດການສົນທະນາດັ່ງກ່າວ.
ການຄ້າກັບການລົງທຶນ ການຮ່ວມມືດ້ານພະລັງງານແລະການປົກປ້ອງສິດຊັບສິນທາງປັນຍາເປັນຕົ້ນລ້ວນແຕ່ແມ່ນຫົວຂໍ້ຂອງການສົນທະນາເທື່ອນີ້.ທ່ານວາງຊີຊ່ານກ່າວວ່າ,ຈີນຍຶດໝັ້ນສະແຫວງຫາສິ່ງທີ່ຄືກັນໃຫ້ຫຼາຍແລະສະຫງວນສິ່ງທີ່ຕ່າງກັນໃຫ້ໜ້ອຍ,ຈະພະຍາຍາມເປີດກວ້າງຈຸດຮ່ວມກັນຂອງຜົນປະໂຫຍດລະຫວ່າງຈີນກັບເອີລົບ.
ທ່ານມັນເດວເຊິນກ່າວວ່າ,ສະມາຊິກຄະນະກຳມາທິການການຄ້າສະຫະພາບເອີລົບທີ່ເຂົ້າຮ່ວມການສົນທະນາລ້ວນແຕ່ເຊື້ອໝັ້ນວ່າ,ຜົນສຳເລັດຂອງຈີນກໍ່ແມ່ນຜົນສຳເລັດຂອງເອີລົບ,ການພັດທະນາຂອງຈີນບໍ່ພຽງແຕ່ມີຜົນດີຕໍ່ສະຫະພາບເອີລົບເທົ່ານັ້ນ,ຍັງມີຜົນດີຕໍ່ທົ່ວໂລກ.ທ່ານກ່າວເນັ້ນວ່າ,ບໍ່ວ່າໃນຂົງເຂດເສດຖະກິດຫຼືຂົງເຂດການເມືອງ,ລະຫວ່າງສະຫະພາບເອີລົບກັບຈີນ,ຄວາມເປັນເອກະພາບລ້ວນແຕ່ມີຫຼາຍກວ່າຄວາມຂັດແຍ່ງ.
|
|
|