ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-26 16:57:06    
ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ອີກ​ເທື່ອ​ຫນຶ່ງ​ໃຫ້​ສປປ​ເກົາ​ຫລີ​ລາຍ​ງານ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ນິວ​ເຄຼຍ​ທັງ​ຫມົດ​ອີກ​ເທື່ອ​ຫນຶ່ງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ​ເມສາ​ນີ້ ນາງ​ດາ​ນາ ​ເພຣີ​ໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ, ສປປ​ເກົາຫລີ​ຄວນ​ລາຍ​ງານ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍຂອງ​ເຂົາ​ຢ່າງຮອບດ້ານ​ແລະ​ຖືກຕ້ອງ,​ເພື່ອ​ຊຸກ​ຍູ້​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫລມ​​ເກົາຫລີ.

ອີງ​ຕາມ​​ເອກະສານ​ຮ່ວມກ່ຽວ​ກັບການ​ເຄື່ອນ​ໄຫວ​ໄລຍະ​ທີ​ສອງ​ໃນ​ການ​ຜັນຂະຫຍາຍ​ຖະ​ແຫລ​ງການ​ຮ່ວມ​ທີ່​ການ​ເຈລະຈາ​ຫົກ​ຝ່າຍ​ປະກາດ​ໃນ​ວັນ​ທີ 3 ຕຸລາ​ປີ​ກາຍ​ນີ້, ສປປ​ເກົາຫລີ​ຄວນ​ສຳ​ເລັດ​ວຽກງານ​ທີ່​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່​ຢົງ​ປຽນ​ເສື່ອ​ມ​ສະ​ມັດ​ຖະ​ພາບ​ກ່ອນ​ວັນ​ທີ 31 ທັນວາ​ປີ 2007,​ແລະ​ລາຍ​ງານ​ແຜນກາ​ນນິວ​ເຄຼຍຂອງ​ເຂົາ​ຢ່າງ​ຄົບ​ຖ້ວນ​ແລະ​ຖືກ​ຕ້ອງ.ພ້ອມ​ກັນນັ້ນ, ອາ​ເມ​ລິ​ກາ​ຄວນ​ປະຕິບັດ​ຄຳ​ຫມັ້ນສັນຍາ​ຕໍ່ສປປ​ເກົາຫລີ​ໂດຍ​ອີງ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ສປປ​ເກົາ​ຫລີ.ປັດ​ຈຸ​ບັນ, ວຽກ​ນີ້​ບໍ່​ໄດ້​ປະຕິບັດ​ໄປ​ຕາມ​ເວລາ​ກຳນົດ,ສາ​ເຫດ​ສຳຄັນ​ແມ່ນ​ຍ້ອນ​ສປປ​ເກົາຫລີ​ແລະ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ລາຍ​ງານ​ແຜນ​ການ​ນິວ​ເຄຼຍ.