ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 16:01:58    
ປະ​ຊາ​ຊົນ​ຕິ​ເບດ​ສະ​ແດງ​ຄວາມ​ຮັກ​ຊາດ​ດ້ວຍ​ຫລາຍ​ຮູບ​ຫລາຍ​ແບບ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ: ຫວ່າງ​ມໍ່ໆ​ນີ້ ລົດ​ຍົນ​ຈຳ​ນວນ​ຫນຶ່ງ​ທີ່​​ແລ່ນໄປມາ​ຢູ່​ຕາມ​ຖະ​ຫນົນ​ຫົນ​ທາງ​ຂອງ​ເມືອງ​ລາຊາ​ໄດ້​ຕິດ​​ປ້າຍ​ສີ​ແດງ​ຢູ່​ປະຕູ​ລົດ​ຫລື​ປ້ອງ​ຢ້ຽມ​ຫລັງ​ລົດ​ທີ່​ຂຽນ​ມີ​ໂຕ​ຫນັງສື​ວ່າ ສະ​ຫນັບ​ສະ​ຫນູນ​ງານ​ກິລາ​ໂອ​ລິ​ມປິກ, ​ເຊຍ​ໃຫ້​ປັກ​ກິ່ງ.ປະ​ຊາ​ຊົນ​ຕິ​ເບ​ດພວມ​ສະ​ແດງ​ຄວາມ​ຮັກ​ຊາດ​ດ້ວຍ​ຫລາຍ​ຮູບ​ຫລາຍ​ແບບ.

ທ່ານ​ໂກ່​ຊິງ​ຊານ ຜູ່​ຮັບຜິດ​ຊອບ​ຂອງ​ຮ້ານ​ຄ້າ​​ແຫ່ງ​ຫນຶ່ງ​ຢູ່​ເມືອງ​ລາຊາ​ກ່າວ​ວ່າ, ​ໃນ​ຫລາຍ​ມື້​ມາ​ນີ້, ທ່ານ​ກັບ​ວິ​ສາ​ຫະ​ກິດ​ອີກ​ສອງ​ແຫ່ງ​ຂອງ​ເມືອງ​ລາຊາ​ໄດ້​ຈັດ​ກິດ​ຈະ​ກຳ"​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ, ຮັກ​ປະຊາ​ຊາດ​ຈີນ",ຫວັງ​ໃຫ້​ລົດຍົນ​ທັງ​ຫມົດ​ຂອງ​ເມືອງ​ລາ​ຊາ​ຕິດ​ປ້າຍ​ສີ​ແດງ​ເຫລົ່າ​ນີ້.ທ່ານ​ກ່າວ​ວ່າ, ການ​ຈັດ​ກິດຈະກຳ​ເທື່ອ​ນີ້​ມີຈຸດປະສົງ​​ເພື່ອສະ​ແດງ​ຄວາມ​ຮັກ​ຊາດ, ທັງ​ເປັນ​ການ​ປະ​ທ້ວງ​ຕໍ່​ນັກ​ຫລິ້ນ​ການ​ເມືອງ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ຫນຶ່ງ​ທີ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ແລະ​ເຈດ​ຕະ​ນາ​ທຳ​ລາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຢູ່​ໃນ​ໂຮງຮຽນ​ຊັ້ນສູງ​ຂອງ​ຕິ​ເບ​ດກໍ່​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ​ຮັກ​ຊາດ.​ໃນ​ກິດຈະກຳ​ອາສາ​ສະຫມັກ​ຊາວ​ຫນຸ່ມ​ທີ່​ມີ​ຊື່ວ່າ:ຮັບ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​ດ້ວຍ​ຮອຍ​ຍິ້ມ​ທີ່​ຈັດ​ຂຶ້ນ​ຢູ່​ມະຫາວິທະ​ຍາ​ໄລ​ຕິ​ເບ​ດ​ໃນ​ຫວ່າງ​ແລ້ວ​ນີ້, ມີ​ຊາວ​ຫນຸ່ມ​ຊົນ​ເຜົ່າ​ຕ່າງໆ 300 ກວ່າຄົນ​ໄດ້​​ເຊັນ​ຊື່ສະຫມັກ​ເຂົ້າຮ່ວມ​ຖັນ​ແຖວ​ອາສາ​ສະຫມັກ, ກ່າວ​ວ່າ​ຈະ​ປະກອບສ່ວນ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ຕິ​ເບ​ດ​ແລະ​ພູ​ຈູ​ມູລັງ​ມາ.