ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 16:18:39    
ອັນ​ທີ່​ວ່າ​ວັດ​ທະ​ນະ​ທຳ​ຕິ​ເບດ​ຖືກ​ດັບ​ສູນ​ບໍ່​ມີ​ຈຸດ​ຢືນ​ຢູ່​ຕໍ່​ຫນ້າ​ເລື່ອງ​ຈິງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​, ພະ​ຊິນ​ຈາ.​ແທນ​ຈີນ ​ໂຈ​ທາຂອງ​ພຸດທະ​ສາສະຫນາ​ຕິ​ເບ​ດນິກາຍ​ເກ​ຢູ​ກ່າວ​ວ່າ, ຄຳ​ຂີ້​ຕົວະ​ທີ່​ດາ​ໄລລາ​ມະ​ອົງ​ທີ 14 ​ເປີດ​ປ່າວ​ເຊັ່ນ ວັດທະນະທຳ​ຕິ​ເບ​ດຖືກ​ດັບ​ສູນ​​ແລະ​ອື່ນໆ​ແມ່ນ​ບໍ່ມຕຈຸດ​ຢືນຢູ່​ຕໍ່ຫນ້າ​ເລື່ອງ​ຈິງ. ​ສັງ​ເກດ​ຈາກ​ສະພາບ​ນຳ​ໃຊ້​ພາສາ​ຕິ​ເບ​ດ​ແລະ​ການ​ຮຽບຮຽງ​ແບບຮຽນ​ພາສາ​ຕິ​ເບ​ດ​ແລ້ວ​ກໍ່​ເຫັນ​ໄດ້​ວ່າ​ຄຳ​ຂີ້​ຕົວະ​ຂອງ​ເຂົາ​ແມ່ນ​ບໍ່​ມີ​ຫລັກ​ຖານ​ຈັກ​ເມັດ.

ພະ​ຊິນ​ຈາ ​ແທນ​ຈີນ ​ໂຈ​ທາ ທີ່​ເປັນ​ຮອງ​ຫົວຫນ້າ​ຄະນະ​ປະຈຳ​ສະພາ​ຜູ່​ແທນ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ໃນ​ປັດຈຸບັນ​ກ່າວ​ວ່າ, ​ແຕ່​ກ່ອນ​ໃຕ້​ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ດາ​ໄລລາ​ມະ,ທົ່ວ​ເຂດ​ຕິ​ເບ​ດບໍ່​ມີ​ຄົນ​ຮູ້​ຫນັງສື​ຫລາຍ​ປານ​ໃດ.​ໃນ​ເວລາ​ນັ້ນ, ນອກຈາກ​ຢູ່​ຄອບຄົວ​ຂອງ​ຂຸນ​ນາງມີ​ຄຳ​ພີ​ຈຳນວນ​ຫນຶ່ງ​ແລ້ວ, ນະວະນິຍາຍ​ແລະ​ເລື່ອງ​ກ່ຽວ​ກັບ​ຕິ​ເບ​ດ​ແມ່ນ​ບໍ່​ມີ​ຈັກ​ປື້​ມ.​ແຕ່​ມາ​ຮອດ​ດຽວ​ນີ້, ປື້​ມຕ່າງໆ​ມີ​ຢູ່ຢ່າງ​ຫລວງຫລາຍ, ວັດທະນະທຳ​ສິນລະປະກຳ​ຕ່າງໆ​ກໍ່​ຈໍ່​ຕົວ​ຂຶ້ນ​ຢ່າງ​ຫລາຍ​ສີ​ຫລາຍ​ສັນ.

ພະ​ອົງ​ນີ້ກ່າວ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ພາກສ່ວນ​ສຶກສາ​ທິການ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ຖື​ການ​ສິດສອນ​ພາສາ​ຕິ​ເບ​ດ​ເປັນ​ຫລັກສູດ​ສຳຄັນ​ໃນ​ການ​ສຶກສາ​ຂັ້ນພື້ນຖານ.​ເພື່ອ​ສືບ​ທອດ​ມໍລະດົກ​ວັດທະນະທຳ​ອັນ​ດີ​ເລີດ​ຂອງ​ຊົນ​​ເຜົ່າ​ຕິ ​ເບ​ດ, ຕິ​ເບ​ດ​ໄດ້​ກອບ​ກູ້ ຮຽບຮຽງ​ແລະ​ພິມ​ຈຳຫນ່າຍປຶ້ມ​ບູຮານ​ພາສາ​ຕິ​ເບ​ດ 260 ກວ່າ​​ເຫລັ້ມ.