ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 16:19:58    
ໜັງສື​ພິມ​ເຢີ​ນມິນ​ຢື້​ປ້າວ​ພິມ​ບົດ​ວິ​ຈານ​ຊີ້​ອອກ​ວ່າ, ​ກຸ່ມ​ດາ​ໄລລາ​ມະ​ແບ່ງ​ແຍກ​ປະ​ເທດ​ຊາດ​ຈະ​ປະລາ​ໄຊ​ຢ່າງ​ແນ່ນອນ

cri
ຕາມ​ຂ່າວCRI, ວັນ​ທີ27​ເມສາ​ນີ້, ໜັງສືພິມ​ເຢີ​ນມິນ​ຢື້​ປ້າວຂອງ​ຈີນ​ໄດ້​ພິມ​ບົດ​ວິຈານ​ຊີ້​ອອກ​ວ່າ, ​ໃນ​ເຄິ່ງສະຕະວັດ​ມາ​ນີ້, ກຸ່ມ​ດາ​ໄລລາ​ມະ​ບໍ່​ໄດ້ປະ​ລະ​ກົນ​ອຸ​ປາຍ​ແບ່ງ​ແຍກ​ປະ​ເທດ​ຊາດ​ຈັກ​ເທື່ອ, ການ​ກະ​ທຳຂອງ​ເຂົາ​ເຈົ້າ​ທີ່ແບ່ງ​ແຍກ​ປະ​ເທດ​ຈະ​ປະລາ​ໄຊ​ຢ່າງ​​ແນ່ນອນ.

ບົດ​ວິຈານ​ຊີ້​ອອກ​ວ່າ, ບໍ່​ວ່າ​ກຸ່ມ​ດາ​ໄລລາ​ມະ​ຈະ​ປຸກ​ປັ່ນ​ອັນ​ທີ່​ວ່າ​ບັນຫາ​ຕິ​ເບ​ດ​ເປັນ​ແນວ​ໃດ, ​ໃນ​ໂລກນີ້​ກໍ່​ບໍ່​​ເຄີຍມີ​ປະ​ເທດ​ໃດ​ຮັບຮອງ​ຢ່າງ​ເປີດ​ເຜີຍ​ຕໍ່​ອັນ​ທີ່ວ່າ ຕິ​ເບ​ດ​ເອກະລາດ. ຈຸດ​ສຳ​ຄັນ​ຂອງ​ບັນຫາ​ຕິ​ເບ​ດ​ແມ່ນ​ບັນຫາ​ອະທິປະ​ໄຕ​ຂອງ​ປະ​ເທດ. ບັນຫາ​ອະທິປະ​ໄຕ​ແມ່ນ​ຫາລື​ບໍ່​ໄດ້, ການ​ແບ່ງ​​ແຍກ​ຈີນ​ຍ່ອມ​ຈະ​ປະລາ​ໄຊ. ​ໃນ​ເມື່ອ​ກ່ອນ, ​ໃນ​ປະ​ເທດ​ຈີນ​ເກົ່າ​ທີ່​ທຸກ​ຍາກ​ແລະ​ອ່ອນ​ແອ, ລັດທິ​ຈັກກະ​ພັດນິຍົມ​ກໍ່​ບໍ່​ໄດ້​ແບ່ງ​ແຍກ​ຕິ​ເບ​ດ ອອກ​ຈາກ​ຈີນ, ​ໃນຊູ່​ມື້​ນີ້, ​ໃນ​ປະ​ເທດ​ຈີນ​ສັງຄົມ​ນິຍົມ​ທີ່​ນັບ​ມື້​ນັບ​ເຂັ້ມ​ແຂງ, ​ກົນອຸ​ບາຍ​ທີ່​ຕິ​ເບດ​ເອກະລາດ​ຍິ່ງບໍ່​ສາມາດ​ປະກົດ​ຜົນ​ເປັນ​ຈິງ​ໄດ້.