ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 16:21:18    
ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ອັດ​ປະ​ຊຸມ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 27 ​ເມສາ​ນີ້ ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງເປັນ​ເວລາ​ສາມ​ມື້​ໄດ້​ອັດ​ລົງ​ແລ້ວ.ຜູ່​ແທນ​ເກືອບ 400 ຄົນ​ທີ່​ມາ​ຈາກ​ຄະນະ​ຜູ່​ແທນ​ຈີນ​ແລະ​ອົງການ​ຈັດຕັ້ງປະຕິບັດ​ກົດຫມາຍ​ຂອງ 120 ປະ​ເທດ​ແລະ​ເຂດ​ແຄວ້ນ​ພ້ອມ​ດ້ວຍ​ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ​ໄດ້​ຫາລື​ບັນຫາ​ຈຸດ​ຍາກ​ແລະ​ຈຸດ​ຮ້ອນ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ດ້ານ​ເພີ່ມ​ທະວີ​ການ​ແລກປ່ຽນ​ຮ່ວມ​ມື​ກັນ​​​ໃນ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ຮັບປະກັນ​​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ​ແລະ​ສະດວກ.

​ໃນ​ໄລຍະ​ຈັດ​ກອງ​ປະຊຸມ, ຄະນະ​ຜູ່​ແທນ​ຈີນ​ໄດ້​ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຂອງ​ນັກວິຊາການ​ໃນ​ວົງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ສາກົນຢ່າງກວ້າງຂວາງ, ​ແລະ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພາກສ່ວນ​ປະຕິບັດ​ກົດຫມາຍ​ຂອງ​ປະ​ເທ​ດທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ,​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ອັນຕັ້ງຫນ້າ​ໃນ​ດ້ານ​ຮັບ​ເອົາ​ຂໍ້​ມູນ​ຂ່າວສານ.ຜູ່​ແທນ​ຝ່າຍ​ຕ່າງໆທີ່​ຮ່ວມ​ປະຊຸມ​ໄດ້​ຢືນຢັນຢ່າງ​ເຕັມ​ສ່ວນ​ຕໍ່​ອົງການ​ປະຕິບັດ​ກົດຫມາຍ​ຂອງ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.