ອົງການອັນຟາຕາສົງໄສຄວາມຈິງໃຈຂອງອິສຣາແອນຕໍ່ການສະເໜີຢຸດຍິງ
cri
ຕາມຂ່າວ CRI: ວັນທີ 27 ເມສານີ້, ອົງການອັນຟາຕາອອກຖະແຫຼງການ, ສົງໄສອິສຣາແອນບໍ່ໄດ້ປະຕິບັດການສະເໜີໃຫ້ອົງການອັນຟາຕາກັບອິສຣາແອນຢຸດຍິງທີ່ມີເອຢິບເປັນຜູ້ໄກ່ເກ່ຍ.
ຖະແຫຼງການກ່າວວ່າ, ໃນເວລາທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນຍິນດີຮັກສາຄວາມອົດກັ້ນຢ່າງຮອບດ້ານ, ສະເໝີພາບແລະຕາມຈັງຫວະກ້າວດຽວກັນ, ອິສຣາແອນພັດບໍ່ເອົາຫົວຊານຳຄວາມພະຍາຍາມດັ່ງກ່າວແລະສືບຕໍ່ປະຕິບັດນະໂຍບາຍຮຸກຮານຕໍ່ປະຊາຊົນປາເລັສຕິນ.
ວັນທີ 27 ເມສານີ້, ທ່ານມາຮມັດ ຈາຮາ ຜູ້ນຳອົງການຮາມັສ, ອະດີດລັດຖະມົນຕີການຕ່າງປະເທດປາເລັສຕິນກ່າວວ່າ, ຖ້າອິສຣາແອນປະຕິເສດບໍ່ຢຸດຍິງກັນ, ກໍ່ທໍ່ກັບວ່າປະກາດສົງຄາມ, ອົງການຮາມັສຈະທຳການກະກຽມເລືອກວິທີອື່ນໆນອກຈາກການຢຸດຍິງກັນ.
|
|