ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 11:03:45    
ຜູ່​ຕ້ອງ​ຫາ​ໃນ​ເຫດ​ການ 14 ມີ​ນາ​ສະ​ແດງ​ຄວາມ​ກິນ​ແຫນງ​ຕໍ່​ການ​ກະ​ທຳ​ຂອງ​ຕົນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຜູ່​ຕ້ອງ​ຫາ​ໃນ​ເຫດການ 14 ມີນາ​ສະ​ແດງ​ຄວາມ​ກິນ​ແຫນງ​ແຄນ​ໃຈ​ຕໍ່​ການ​ກະທຳ​ທີ່​ບໍ່​ດີ​ຂອງ​ຕົນ
​ເມື່ອ​ເວົ້າ​ເຖິງ​ການ​​ເຂົ້າຮ່ວມຈະລາຈົນ​ 14 ມີນາ, ນາງ​ຄົງ​ຊັງ​ລາ​ໂມ​ທີ່​ປີ​ນີ້​ອາຍຸ 19 ປີ​​ນ້ຳຕາ​ໄຫລ​ອອກມາ.ລາວ​ເວົ້າວ່າ, ຍ້ອນ​ຕົນ​ເອງ​ບໍ່​ຮູ້​ຈຳ​ແນ​ກຄວາມຜິດ​ຖືກ​ຊົ່ວ​ດີ,​ໄດ້​ເຮັດ​​ເລື່ອງ​ທຳລາຍ​ປະ​ເທດ​ແລະ​ທຳລາຍ​ສັງຄົມ.

ຄຳ​ໃຫ້ການ​ຂອງ​ນາງ​ຄົງ​ສັງ​ລາ​ໂມ​ທີ່​ຕຳຫລວດ​​ເມືອງ​ລາຊາ​ສະຫນອງ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເຫດການຈະລາຈົນ 14 ມີນາ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ,ນາງ​ພ້ອມ​ກັບ​ຜູ່​ຕ້ອງ​ຫາ​ອີກ​ຜູ່​ຫນຶ່ງ,​ໃຊ້​ກ້ອນ​ຫີນ​ທັບ​ມ້າງ​ປ້ອມ​ຍາມ​ຕຳຫລວດຢູ່​ເມືອງ​ລາຊາ,ຈູດ​ໄຟ​​ເຜົາ​ຮ້ານ​ຄ້າແລະ​ປຸ້ນ​ເອົາ​ສິນຄ້າ.ນາງ​ຖືກ​ອົງການ​ຮັກສາ​ຄວາມ​ສະຫງົບ​ຈັບ​ຕົວ​ຍ້ອນ​ຕັ້ງ​​ໃຈທຳລາຍ​ຊັບ​ສິນຂອງ​ລັດ ​ແລະ​ສ່ວນ​ຕົວ ປຸ້ນຈີ້​ແລະ​ຈູດ​ໄຟ.

ທ້າວ​ທາ​ຊີ​ໂດ​ເຈ ປີ​ນີ້​ອາຍຸ 24 ປີ ກໍ່​ຮູ້ສຶກ​ກິນ​ແຫນງ​ຫລາຍ​ຍ້ອນ​ການ​ກະທຳ​ຂອງ​ລາວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ສັງຄົມ.ລາວ​ຢາກ​ບອກ​ໃຫ້​ຄົນ​ທັງຫລາຍ​ຮູ້​ວ່າ, ​ໃນຕໍ່​ພາຍ​ຫນ້າ​ຢ່າ​ເຊື່ອ​ຄວາມ​ຕົ໋ວະ​ຍົ໋ວະຂອງ​ຄົນບໍ່​ດີ​ແລະ​ຄວນ​ສະຫນັບສະຫນູນ​ນະ​ໂຍບາຍ​ທີ່​ດີ​ຂອງ​ລັດ.