ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 20:26:04    
ທ່ານ​​ໄຕ້​ປີງ​ກົວ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ພົບ​ກັບ​ທ່ານ​ປາກ ອຸ​ຊຸນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສປປ​​ເກົາ​ຫຼີ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ28​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ໄຕ້​ປີງ​ກົວ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້ພົບ​ກັບ​ທ່ານ​ປາກ ອຸ​ຊຸນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສປປ​ເກົາ​ຫຼີ​ທີ່​ມາ​ຢ້ຽມ​ຢາມ.​ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວພັນ​ຈີນ​ກັບ​ສປປ​ເກົາ​ຫຼີ, ​ໂດຍ​ກ່າວ​ວ່າ​ຈະ​ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ທຸກ​ລະ​ດັບ​ຕື່ມ​ອີກ,​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ການ​ແລກ​ປ່ຽນ​​ມິດ​ຕະ​ພາບ​ໃນ​ຫຼາຍ​ຂົງ​ເຂດ,​ຊຸກ​ຍູ້​​ການ​ພົວ​ພັນ​ສອງ​ປະ​ເທດ​​ໃຫ້ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ໄຕ້​ປີງ​ກົວ​ຍ້ອງຍໍ​ສັນ​ລະ​ເສີນ​ຝ່າຍ​ສປປ​ເກົາຫຼີທີ່​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ຫຼັກ ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ​ແລະ​ບັນຫາ​ຕິ​ເບ​ດ,ຂອບ​ໃຈ​ຝ່າຍ​ສປປ​ເກົາ​ຫຼີ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ.​ທ່ານ​ປາກ ອຸ​ຊຸນ​ກ່າວ​ວ່າ,​ສປປ​ເກົາ​ຫຼີ​ຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ຢູ່​ສະ​ເໝີ,​ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ​ແລະ​ບັນຫາ​ຕິ​ເບ​ດ.​ສປປ​ເກົາ​ຫຼີ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຢາກ​ຫັນ​ງານ​ກິລາ​ໂອ​ລິມ​ປິກ​ເປັນ​ບັນ​ຫາ​ການ​ເມືອງ,​ແລະ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ.

​ໃນ​ມື້​ດຽວ​ກັນ,ທ່ານ​ຢາງ​ເຈ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກໍ​ໄດ້​ພົບ​ປະ​ທ່ານ​ປາກ​ ອຸ​ຊຸນ​ຢູ່​ປັກ​ກິ່ງ.