ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 20:34:05    
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາ​ນິດ​ຂອງ​ໄທ​ກ່າວ​ວ່າ,​ຈະ​ບໍ່​ຈຳ​ກັດ​ການ​ສົ່ງ​ອອກ​ເຂົ້າ ສານ

cri Author: shuo
ຕາ​ມຂ່າວສານ​ຊິນ​ຮວາ:ວັນ​ທີ28​​ເມສາ​ນີ້,ຢູ່ທີ່​ບາງກອກ,ພາຍຫຼັງພົບ​ປະ​ທ່ານ​ຄາ​ມານ ນາດ ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຄ້າ​ແລະ​ອຸດສາຫະກຳ​ຂອງ​ອິນ​ເດຍທີ່​​ໄປ​ຢ້ຽມຢາມ,ທ່ານ​ມິ່ງຂວັນ ​ແສງ​ສຸວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາ​ນິດ​ຂອງ​ໄທ​ກ່າວ​ວ່າ,​ໄທ​ຈະ​ບໍ່​ຈຳກັດ​ການ​ສົ່ງ​ອອກ​ເຂົ້າ​ສານ.

​ໃນ​ວັນ​ທີ28​ເມສາ​ນີ້,ທ່ານ​ມິ່ງ​ຂວັນ ​ແສງ​ສຸວັນ​ໄດ້​ເຈລະຈາ​ກັບ​ທ່ານ​ຄາ​ມານ ນາດ​ກ່ຽວ​ກັບ​ບັນຫາ​ຂາດ​ເຂີນ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ.​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ເຈ​ລະ​ຈາ,​ທ່ານ​ມິ່ງ​ຂວັນ ​ແສງ​ສຸວັນ​ກ່າວ​ວ່າ,ສອງ​ຝ່າຍ​ເຫັນ​ວ່າ,ການ​ຍົກສູງ​ປະ​ລິ​ມານ​ການ​ຜະລິດ​ຕໍ່​ເຮັກຕາ​ແມ່ນ​ວິທີ​ທີ່​ບັງ​ເກີດ​ຜົນ​ໃນ​ເວລາ​ຮັບ​ມື​ກັບ​ການ​ສະ​ໜອງ​​ເຂົ້າສານບໍ່​ພຽງພໍ​​ໃນ​ທົ່ວ​ໂລກ.ທ່ານ​ຍັງ​ກ່າວ​ວ່າ,​ໄທ​ຈະຕັ້ງໜ້າ​ຊຸກຍູ້​ໃຫ້​ປະ​ເທດ​ສົ່ງ​ອອກ​ເຂົ້າສານທີ່​ສຳຄັນ ​ເຊັ່ນ​ໄທ ອິນ​ເດຍ​ແລະ​ຫວຽດນາມ​ເປັນຕົ້ນ​ຄົ້ນຄວ້າ​ຍຸດ​ໂທ​ບາຍ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ ການ​ສະໜອງ​ບໍ່​ພຽງພໍ​ໃນ​ຕະຫຼາດ​ເຂົ້າ​ສານ​ສາ​ກົນ​ປະຈຸ​ບັນ​ແລະ​ລາຄາ​ຖີບ​ສູງ​ຂຶ້ນ​ເປັນຕົ້ນ,​ເພື່ອ​ຜ່ອນຄາຍ​ບັນຫາດ້ານ​ການ​ສະໜອງ​ທັນ​ຍາ​ຫານ​​ໃນ​ທົ່ວ​​ໂລກ​ໃນ​ປະຈຸ​ບັນ​ນີ້.

ທ່ານ​ມິ່ງຂວັນ ​ແສງ​ສຸວັນ​ຍັງ​ກ່າວ​ເນັ້ນວ່າ,ປະຈຸ​ບັນ​ນີ້ ການ​ສະໜອງ​​ເຂົ້າສານ​ພາຍ​ໃນ​ປະ​ເທດ​ໄທແລະການ​ສົ່ງ​ອອກລ້ວນ​ແຕ່​ບໍ່​ໄດ້​ປະກົດ​ມີການ​ຂາດ​ເຂີນ,ສະ​ນັ້ນ,​ໄທ​ຈະ​ບໍ່​ປະກາດ​ມາດ​ຕະການ​ທີ່​ຈຳກັດ​ການ​ສົ່ງ​ອອກ​ເຂົ້າສານ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040