ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 15:58:21    
ສະ​ຫະ​ປະ​ຊາ​ຊາດ​ກຳ​ລັງ​ສົ່ງ​ພະ​ນັກ​ງານ​ຫຼາຍ​ກວ່າ​ເກົ່າ​ໄປ​ອີ​ຣັກ

cri
ຕາມ​ຂ່າວ CRI: ວັນ​ທີ 28 ​ເມສາ​ນີ້, ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນິວຢອກ​ແຫ່ງ​ອາ​ເມ​ລິ​ກາ, ທ່ານ​ບີ ລີ​ນ ພາສ​ໂຄ ຮອງ​ເລຂາ​ທິ​ການ​ໃຫຍ່​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ສະຫະ​ປະຊາ​ຊາດ​ໄດ້​ລາຍງານ​ສະພາບ​ວຽກ​ງານ​ຂອງ​ຄະນະ​ຊ່ອຍ​ເຫຼືອ​ອີຣັກ​ສະຫະ​ປະຊາ​ຊາດຫຼື UNAMI​ ຕໍ່​ສະພາ​ຄວາມ​ໝັ້ນຄົງ​. ທ່ານ​ກ່າວ​ວ່າ, ນັບ​ແຕ່​ປີ​ກາຍ​ນີ້​ສະພາ​ຄວາມ​ໝັ້ນຄົງ​ໄດ້ຕົກລົງ​​ເພີ່ມ​ສິດ​ທີ່​ມອບ​ໝາຍໃຫ້​ຄະນະ​ແຕ່ງ​ຕັ້ງພິ​ເສດ​ເປັນ​ຕົ້ນ​ມາ, ທ່ານ​ບັນ​ກີ​ມຸນ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສຳຫຼວດ​ສະພາບ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ຢ່າງ​ລະອຽດແລ້ວ, ສົ່ງ​ພະ​ນັກ​ງານ​ສະຫະ​ປະຊາ​ຊາດ​ໄປ​ແຫ່ງ​ຕ່າງໆ​ຂອງ​ອີຣັກຢ່າງ​ຕໍ່​ເນື່ອງ,​ເພີ່ມການ​ຄົງ​ຕົວ​ຢູ່​ຂອງ​ສະ​ຫະ​ປະຊາ​ຊາດ​ຢູ່​ອີຣັກ.

ວັນ​ທີ 28 ​ເມສາ​ນີ້, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຢູ່​ກອງ​ປະຊຸມກ່ຽວ​ກັບ​ບັນຫາ​ອີຣັກຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທ່ານ​ລິວ​ເຈີ້ນ​ມິນ ຮອງ​ຜູ້​ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສືບ​ຕໍ່​ເອົາ​ໃຈ​ໃສ່​ນຳ​ບັນຫາ​ອີຣັກ​ແລະ​ຊ່ອຍ​ເຫຼືອອີຣັກບັນລຸ​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ. ທ່ານ​ຫວັງ​ໃຫ້​ຄະນະ​ຊ່ອຍ​ເຫຼືອ​ອີຣັກ​ຂອງ​ສະຫະ​ປະຊາ​ຊາດ​ສະ​ເໜີ​ຂໍ້​ສະ​ເໜີ​ທີ່​ເໝາະ​ສົມ​ເພື່ອ​ຂະ​ບວນການ​ການ​ເມືອງ​ໃນ​ອີຣັກ.