ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 18:16:33    
ຍອດ​ມູນ​ຄ່າ​ການ​ຜະ​ລິດ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ເຂດ​ຕິ​ເບດ​ເພີ່ມ​ຂຶ້ນ 10,4% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ບົດ​ລາຍ​ງານ​ສະຖິຕິ​ຂອງ​ພະ​ແນກ​ສະ​ຖິ​ຕິ​ເຂດ​ປົກຄອງ​ຕົວ​ເອງ​ຕິ​ເບດ​ທີ່ປະກາດ​ໃນວັນ​ທີ 29 ​ເມສາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄຕ​ມາດ​ທີ​ໜຶ່ງ, ​ຍອດ​ມູນ​ຄ່າ​ການ​ຜະ​ລິດ​ຂອງເຂດ​ຕິ​ເບ​ດບັນລຸ 7 ຕື້ 600 ລ້ານ​ຢວນ, ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້ 10,4%.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ພະ​ແນກ​ສະຖິຕິ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ, ​ດ້ວຍ​ການຊີ້ນຳ​​ໃນການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ໃນ​ເດືອນ​ມັງກອນ​ແລະ​ເດືອນ​ກຸມພາ, ສະພາບ​ລວມ​ຂອງ​ເສດຖະກິດ​ເຂດ​ຕິ​ເບ​ດມີ​ທ່ວງທ່າ​ໝັ້ນ​ທ່ຽງ​ແລະ​ພັດທະນາ​ວ່ອງ​ໄວ, ​ໄດ້​ມີ​ການ​ເລີ່​ມຕົ້ນ​ອັນ​ດີງາມ, ​ແຕ່​ຍ້ອນ​ເຫດການ "14 ມີນາ" ​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ, ​ໄດ້​ສົ່ງ​ຜົນ​ສະທ້ອນ​ໃນ​ຂະໜາດ​ໃດ​ໜຶ່ງ​ຕໍ່​ເສດຖະກິດ​ເຂດ​ຕິ​ເບ​ດ.

ນອກ​ນີ້, ພະ​ແນ​ກສະຖິຕິ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ແຈ້ງ​ວ່າ, ​ໃນ 19 ປີ​ແຕ່​ປີ 1978 ຫາ​ປີ 2007, ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ເຂດ​ຕິ​ເບ​ດ​ໄດ້​ຮັກສາ​ອັດຕາ​ເພີ່ມ​ຂຶ້ນ 10%.