ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 18:25:01    
ພະ​ນັກ​ງານ​ຄົນ​ຈີນ 5 ຄົນ​ຖືກ​ລັກ​ພາ​ຕົວ​ຢູ່​ແຂວງ​ອາ​ເຈະ​ອິນ​ໂດ​ເນ​ເຊຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ວ່າ, ຕອນ​ຄ່ຳ​ວັນ​ທີ 26 ​ເມສາ​ນີ້, ພະນັກ​ງານ​ຄົນ​ຈີນ 7 ຄົນ​ແລະ​ຄົນ​ອິນ​ໂດ​ເນ​ເຊຍ​ຄົນ​ໜຶ່ງ​ຂອງ​ບໍລິສັດ​ບໍ່​ແຮ່​ຈີນ​ແຫ່ງ​ໜຶ່ງ​ຖືກ​ຄົນ​ຮ້າຍ​​ກຸ່ມ​ໜຶ່ງ​ລັກ​ພາ​ຕົວ. ວັນ​ທີ 27 ​ເມສາ​ນີ້, ຄົນ​ຮ້າຍ​ກຸ່ມ​ນີ້​ໄດ້​ປ່ອຍ​ພະນັກງານ​ຄົນ​ຈີນ 2 ຄົນ, ​ແລະ​​ໃຫ້​ເຂົາ​ເຈົ້າ​ໄປ​ຊອກຫາ​ເງິນ​ໄປໄຖ່​ຕົວ​ຕົວ​ປະກັນຄົນ​ອື່ນໆ.

ຫຼັງຈາກ​ເກີດ​ເຫດການ​ແລ້ວ, ສະຖານທູດ​ຈີນ​ສຸດທີ່​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ນີ້, ​ແລະ​ປະສານ​ງານ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ທັນທີ, ​ເພື່ອຮັບປະກັນ​ຄວາມປອດ​ໄພ​ຂອງ​ຕົວ​ປະກັນ. ຕຳຫຼວດອິນ​ໂດ​ເນ​ເຊຍ​ກໍ່ເອົາ​​ໃຈ​ໃສ່​ນຳ​ເລື່ອງ​ນີ້​ໃນ​ລະດັບ​ສູງ, ປະຈຸ​ບັນ, ກຳລັງ​ຊອກ​ຫາ​ວິທີ​ຊ່ອຍຕົວ​ປະກັນຢູ່.