ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 21:23:38    
ປັກ​ກິ່ງ​ຈັດ​ກອງ​ປະ​ຊຸມ​ລະ​ດົມ​ໃນ​ໂອ​ກາດ​ວັນ​ນັບ​ຖອຍ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍັງ​ເຫຼືອ​ຮ້ອຍ​ມື້

cri

ຕາມ​ຂ່າວ CRI: ຮອດ​ມື້​ນີ້ ກໍ່​ຄືວັນ​ທີ 30 ​ເມສາ, ຍັງ​ເຫຼືອ 100 ມື້​ກໍ່​ຈະ​ຮອດ​ມື້​ໄຂງານ​ກິລາ​ໂອ​ລິມປິກປັກ​ກິ່ງ​ແລ້ວ, ຕອນ​ເຊົ້າ​ມື້​ນີ້, ກອງ​ປະຊຸມ​ລະ​ດົມ​ໃນ​ໂອກາດ​ວັນ​ນັບ​ຖອຍຫຼັງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຍັງ​ເຫຼືອຮ້ອຍ​ມື້​ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ປະຊຸມ​ປະຊາຊົນ​ປັກ​ກິ່ງ. ທ່ານ​​ເຈຍ​ຊີ້​ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ຈີນ​ໄດ້​ຮ່ວມ​ປະຊຸມ.


ໃນ​ກອງ​ປະຊຸມ, ທ່ານ​ລິວ​ຊີ ປະ​ທານຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ວາງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິ​ກັກ​ກິ່ງ​ແລະ​ຂະ​ແໜງ​ການ​ຕ່າງໆ​ຂອງ​ປັກ​ກິ່ງ​ໃນ 100 ມື້ຕໍ່​ໄປ​ນີ້, ​ແລະ​ຊີ້​ອອກ​ວ່າ, ຕ້ອງ​ຊຸກ​ຍູ້​ວຽກ​ງານ​ບໍລິການ​ຂອງ​ງານ​ກິລາ​ໂອ​ລິ​ມປິ​ກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ, ​ເພີ່​ມທະວີ​ການ​ສຶກສາ​ດ້ານມາລະຍາດ​ຕໍ່​ປະຊາຊົນ, ​ແລະ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ແລະ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການສາກົນ, ​ເຮັດ​ວຽກ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອຈັດ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ມີ​ຈຸດ​ພິ​ເສດ​ແລະ​ລະດັບ​ສູງ.


ຜູ້​ແທນ 6000 ກວ່າ​ຄົນ​ຈາກ​ວົງ​ການ​ສັງຄົມ​​ຕ່າງໆ​​ຂອງ​ປັກ​ກິ່ງ, ​ເຊັ່ນ: ການ​​ແພດ, ການ​ສຶກສາ, ກິລາ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.​