ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 21:50:52    
ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ອະ​ນຸ​ມັດ​ແຜນ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ໂກ​ຕາ​ແລະ​ສິດ​ປ່ອນ​ບັດ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29​ເມສານີ້,ສະພາ​ມົນຕີ​ຂອງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື​ອົງການIMF​ໄດ້​ປ່ອນ​ບັດ​ອະນຸມັດ​ແຜນການ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ໂກ​ຕາ ແລະ​ສິດ​ປ່ອນ​ບັດ.​ແຜນ​ການ​ສະ​ບັບ​ນີ້​ຈະ​ເພີ່ມ​ລັກສະນະ​ຕົວ​ແທນ​ແລະ​ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ອົງການ​ນີ້​ໃນ​ລະດັບ​ໃດ​ໜຶ່ງ.

ໃນ​ວັນ​ທີ29​ເມສາ​ນີ້,​ອົງການ​IMF​ອອກ​ຖະ​ແຫຼງ​ການ​ວ່າ,​ໃນ​185ປະ​ເທດ​ສະມາຊິກ ຂອງອົງກາ​ນີ້​ມີ175​ປະ​ເທດ​ປ່ອນ​ບັດ​ເຫັນ​ດີ​ແຜນ​ການ​ດັ່ງກ່າວ,​3​ບັດ​ຄັດ​ຄ້ານ,​2​ບັດ​ຂາວ,​ແລະ​ຍັງ​ມີ5​ປະ​ເທດ​ບໍ່​ໄດ້​ເຂົ້າຮ່ວມ​ການ​ປ່ອນ​ບັດ.

ທ່ານ​ໂດ​ມິ​ນິກ ສຕຼອສ໌ ຄານ ປະທານ​ອົງການ​IMF​ກ່າວ​ວ່າ,ຜົນ​ການ​ປ່ອນ​ບັດ​ສະ​ແງ​ໃຫ້​ເຫັນ​ວ່າ ມີ​ປະ​ເທດ​ຈຳນວນ​ຖ່ວມ​ທົ້ນ​ສະໜັ​ບສະໜູນ​ແຜນ​ການ​ສະບັບ​ນີ້.ທ່ານ​ກ່າວ​ວ່າ,ຫວັງ​ໃຫ້ການ​ປ່ຽນ​ແປງ​ໃນ​ອະນາຄົດ​ຈະ​ອຳນວຍ​ລັກສະນະ​ຕົວ​ແທນ​ຫຼາຍ ກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ.