ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-01 16:12:31    
ຝ່າຍ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ເຫັນ​ດີ​ຢຸດ​ຍິງ ອິສ​ຣາ​ແອນ​ຄັດ​ຄ້ານ

cri
ຕາມ​ຂ່າວ CRI: ​ໂດຍ​ຜ່ານ​ການ​ໄກ່​ເກ່ຍອັນ​ຕັ້ງ​ໜ້າ​ຂອງ​ເອຢິບ, ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕິນ​ໄດ້​ເຫັນ​ດີ​ນຳ​ການ​ຢຸດ​ຍິງ​ກັບ​ອິສຣາ​ແອນ​ໃນ​ວັນ​ທີ 30 ​ເມສາ​ແລ້ວ​ນີ້. ​ແຕ່​ມື້​ດຽວ​ກັນ, ລັດຖະມົນຕີ​ຄະນະ​ລັດຖະບານ​ຄວາມ​ປອດ​ໄພ​ອິສຣາ​ແອນ​ສ່ວນ​ຫຼາຍ​ພັດ​ຄັດຄ້ານ​ບໍ່​ໃຫ້​ຢຸດ​ຍິງ​ກັບ​ອົງການ​ປະກອບ​ອາວຸດ​ປາ​ເລັສຕິນ.ຂ່າວສານ​ຕາ​ເວັນ​ອອກ​ກາງ​ເອຢິບ​ແຈ້ງ​ຂ່າວ​ວ່າ, ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕິນ​ເຊິ່ງ​ລວມ​ທັງ​ອົງການ​ຮາ​ມັສ​ແລະ​ອົງການຟາ​ຕາ​ໄດ້​ຮັບ​ເອົາ​ສັນຍາ​ຢຸດ​ຍິງ​ແລ້ວ, ​ແຕ່​ກ່າວ​ເນັ້ນ​ວ່າ, ຕ້ອງ​ແມ່ນ​ສອງ​ຝ່າຍ​ຢຸດ​ຍິງ​ໃນ​ເວລາ​ດຽວກັນ, ຂອບ​ເຂດ​ຢຸດ​ຍິງຄວນ​ລວມທັງ​ເຂດ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ແຕ່​ໃນ​ກອງ​ປະຊຸມ​ຂອງ​ຄະນະ​ລັດຖະບານ​ຄວາມ​ປອດ​ໄພ​ອິສຣາ​ແອນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ລັດຖະມົນຕີ​ສ່ວນຫຼາຍ​ເຫັນ​ວ່າ, ຢຸດ​ຍິງ​ກໍ່​ທໍ່​ກັບ​ຮັບ​ຮອງ​ວ່າ​ອົງການ​ຮາ​ມັສ​ແມ່ນ​ອົງການ​ຊອບ​ກົດໝາຍ, ​ແລະ​ມີ​ແຕ່​ຈະ​ເຮັດ​ໃຫ້​ອົງການ​ຮາ​ມັສ​ ຕັ້ງ​ຫຼັກ​ປັກ​ຖານ​ໃໝ່, ​ແລ້ວ​ສືບ​ຕໍ່​ໂຈມ​ຕີ​ອິສຣາ​ແອນ.

ນອກ​ນີ້, ຍັງ​ມີ​ຂ່າວ​ແຈ້ງວ່າ, ມື້​ດຽວ​ກັນ, ອິສຣາ​ແອນ​ໄດ້​ໂຈມ​ຕີ​ພາກ​ໃຕ້​ເຂດ​ກາຊາ​ທາງ​ອາກາດ, ​ເຮັດ​ໃຫ້​ຊາວ​ປາ​ເລັສຕິນ 4 ຄົນຕາຍ​​ແລະ​ບາດ​ເຈັບ.​