|
![](/images/spacer.gif) |
(GMT+08:00)
2008-05-01 18:06:13
|
ໜັງສືພິມເຢິນມິນຢື້ປ້າວພິມບົດຄວາມກ່ຽວກັບການວາງສະແດງທີ່ມີຫົວຂໍ້ວ່າ "ປະຈຸບັນແລະອະດີດຂອງເຂດຕິເບດ"
cri
ຕາມຂ່າວສານຊິ່ນຮວາ: ໜັງສືພິມເຢິນມິນຢື້ປ້າວຂອງຈີນສະບັບວັນທີ 1 ພຶດສະພານີ້ໄດ້ພິມບົດຄວາມທີ່ພາດຫົວເລື່ອງວ່າ "ສຳຜັດກັບເຂດຕິເບດຕົວຈິງ" ກ່ຽວກັບການວາງສະແດງທີ່ມີຫົວຂໍ້ວ່າ "ປະຈຸບັນແລະອະດີດຂອງເຂດຕິເບດ" ທີ່ຈັດຂຶ້ນຢູ່ຫໍວັດທະນະທຳຊົນເຜົ່າປັກກິ່ງ.
ບົດຄວາມຊີ້ອອກວ່າ, ຮູບພາບແລະວັດຖຸບູຮານຫຼວງຫຼາຍໄດ້ສ່ອງແສງໃຫ້ເຫັນການປ່ຽນແປງແບບປີ້ນຟ້າຂວ້ຳແຜ່ນດິນຂອງເຂດຕິເບດ. ການວາງສະແດງເຮັດໃຫ້ຄົນທັງຫຼາຍຍິ່ງເຊື່ອໝັ້ນວ່າ, ນັບແຕ່ບູຮານນະການມານີ້, ເຂດຕິເບດກໍ່ແມ່ນພາກສ່ວນໜຶ່ງທີ່ຕັດແຍກບໍ່ໄດ້ຂອງຈີນ, ເຜົ່າຕິເບດແມ່ນສະມາຊິກອັນສຳຄັນຂອງມະຫາຄອບຄົວປະຊາຊາດຈີນ.
|
|
|