ຕາມຂ່າວCRI:ໂດຍແນໃສ່ການກະທຳຜິດພາດຂອງສື່ມວນຊົນຕາເວັນຕົກຈຳນວນໜຶ່ງໃນບັນຫາຕິເບດ,ຫວ່າງມໍ່ໆນີ້,ຜູ້ຊ່ຽວຊານ ນັກວິຊາການແລະນັກຂ່າວຕ່າງປະເທດຈຳ ນວນໜຶ່ງພາກັນພິມບົດຄວາມຫຼືໃຫ້ສຳພາດເພື່ອສະແດງການຕິຕຽນແລະກ່າວຕີໂຕ້.
ວັນທີ28ເມສາແລ້ວນີ້,ໃນເວລາໃຫ້ສຳພາດ,ນາງຊີມາ ມຸສຕາຟາ ນັກວິຈານການເມືອງຂອງໜັງສືພິມສະໄໝອາຊີຂອງອິນເດຍກ່າວວ່າ,ໃນເວລາໄປເອົາຂ່າວຢູ່ຕິເບດ,ນາງໄດ້ເຫັນຕິເບດເປັນບ່ອນທີ່ເສດຖະກິດຈະເລີນແລະປະຊາຊົນຢູ່ເຢັນເປັນສຸກ.ນາງມຸສຕາຟາເຫັນວ່າ,ນັກຂ່າວຫຼາຍຄົນຂອງສື່ມວນຊົນຕ່າງປະເທດບໍ່ເຄີຍໄປຕິເບດ ໄປຈີນຈັກເທື່ອ,ແຕ່ຊ້ຳພັດກ່າວໂຈມຕີນະໂຍບາຍຕິເບດຂອງຈີນໂດຍຂຽນບົດຄວາມຢ່າງຕໍ່ເນື່ອງກັນ, ການກະທຳແບບນີ້ແມ່ນຂາດເຂີນຈັນຍາບັນຮາກຖານທີ່ສຸດ.
ວັນທີ15ເມສາແລ້ວນີ້,ທ່ານມາຣິອົງ ຊະເນເດີ ຜູ້ຊ່ຽວຊານບັນຫາຕາເວັນອອກຂອງເຢຍລະມັນໄດ້ຂຽນບົດຄວາມທາງອິນເຕີເນັດວ່າ,ກ່ອນປີ1950,ສະຖານະການຂອງຕິເບດຊົ່ວຮ້າຍຫຼາຍ,ແຕ່ດຽວນີ້ຕິເບດມີສິດປົກຄອງຕົນເອງໃນລະດັງສູງ,ແລະລັດຖະບານກາງໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍ.ທ່ານຫວັງໃຫ້ສື່ມວນຊົນຕາເວັນຕົກດຳເນີນການສຳຫຼວດຢ່າງເອົາຈິງເອົາຈັງ,ຢ່າປ່າວຂ່າວກໍ່ເລື່ອງ.
ຫວ່າງມໍ່ໆນີ້,ໃນເວລາໃຫ້ສຳພາດ,ທ່ານໂບຈີຣາຈີ ບາດ ນັກຂ່າວວາລະສານຂ່າວເນປານລາຍສັບປະດາກ່າວວ່າ:"ໃນເວລາຂ້າພະເຈົ້າໄປເອົາຂ່າວຢູ່ກັບບ່ອນເຂດຕິເບດ,ຂ້າພະເຈົ້າກໍຮູ້ໂລດວ່າ,ສື່ມວນຊົນຕາເວັນຕົກແມ່ນປັ້ນແຕ່ງເລື່ອງຈິງ."
|