ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-02 18:51:22    
ໄຮ​ເຕັກ​ຮັບ​ປະ​ກັນ​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລຸກ​ຢູ່​ເທິງ​ຈອມ​ພູ​ໂຈ​ໂມ​ລັງ​ມະ

cri Author: shuo
​ຕາ​ມຂ່າວCRI:ການ​ສົ່ງຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂຶ້ນ​ເທິງ​ຈອມພູ​​ໂຈ​ໂມລັງ​ມະ​ຂອງ​ພູ​ຫິມະ​ໄລ​ແມ່ນຈຸດ​​ເດັ່ນ​ຂອງ​ການ​ສົ່ງຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.​ແຕ່​ຍ້ອນ​ວ່າ​ດິນ​ຟ້າ​ອາກາດ​ຢູ່​ເທິງ​ຈອມພູ​​ໂຈ​ໂມລັງ​ມະ​ປັ່ນ​ປ່ວນ,ຈຶ່ງ​ເຮັດ​ໃຫ້ການ​ໄຕ້​ໄຟ​​ແລະຮັກສາ​ບໍ່​ໃຫ້​ມອດ​ຢູ່​ເທິງ​ຈອມພູ​​ໂຈ​ໂມລັງ​ມະນັ້ນເປັນ​ບັນຫາ​ທີ່​ຫຼາຍຝ່າຍ​ສົນ​ໃຈ​ນຳ​ຫຼາຍ.

ຕາມ​ຂ່າວ​ແຈ້ງວ່າ,ກຸ່ມບໍລິສັດ​ອຸດສາຫະກຳ​ວິທະຍາສາດ​ການບິນ​ຈີນ​ໄດ້​ສ້າງຕັ້ງພະ​ແນ​ກ ຄົ້ນຄວ້າ​ພັດທະນາ​ທວນ​ໄຟ​ໂດຍ​ສະເພາະ​ເພື່ອ​ການ​ສົ່ງຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ເທິງ​ຈອມພູ​​ໂຈ​ໂມລັງ​ມະ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ຊ້າ​ວ​ເວີນ​ຊິ່ງ ຮອງຜູ້​ອອກ​ແບບ​ໃຫຍ່ຂອງ​ພະ​ແນກ​ນີ້​ກ່າວ​ວ່າ,​ຖ້າ​ເບິ່ງ​ທາງ​ນອກ,​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ທວນ​ໄຟ​ທີ່​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມະ​ມີ​ແຕ່​ກະ​ໂຕ​ທວນ​ໄຟທໍ່​ນັ້ນ​,​ແຕ່​ທີ່​ຈິງ​ແລ້ວ,​ມັນ​ພົວ​ພັນ​ເຖິງ​ຫຼາຍ​ດ້ານ,​ຕົວ​ຢ່າງ​ຄື ຫົວ​ໜ່ວຍ​ອອກ​ແບບ​ຮູບ​ນອກ ຫົວ​ໜ່ວຍ​​ອອກ​ແບບ​ລະ​ບົບ​ການ​ລຸກ​ຂອງ​ໄຟ ຄະ​ນະ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ ພະ​ແນກ​ອຸ​ຕຸ​ນິ​ຍົມ​ແລະ​ທິມ​ປີນ​ພູ​ເປັນ​ຕົ້ນ.​ທ່ານ​ກ່າວ​ວ່າ:​"ພວກ​ເຮົາ​ປະ​ຕິ​ບັດ​ໂຄງ​ການ​ນີ້​ເລີ່​ມ​ແຕ່ສູນ.​ໂຄງການ​ທວນ​ໄຟ​ຂຶ້ນ​ຈອມພູ​​ໂຈ​ໂມລັງ​ມະ​ແມ່ນ​ການ​ທ້າ​ທາຍ​ອັນ​ໜຶ່ງ,​ເພາະວ່າ​ບໍ່​ເຄີຍ​ມີມາ​ກ່ອນ.ຢູ່​ບ່ອນ​ສູງ​ຈາກ​ລະດັບ​ນ້ຳທະ​ເລ8​ພັນ​ກວ່າ​ແມັດ,ຕ້ອງ​ໃຫ້​​ໄຟ​ລຸກ​ເປັນເວລາ​ໃດ​ໜຶ່ງ,ຕ້ອງ​ໃຫ້ຮູບ​​ແປວ​ໄຟ​​ສວຍ​ງາມ​ມີ​ຮູບ​ປິວ​ສະ​ບັດແລະ​ມີ​ສີທີ່​ສາມາດ​ເຫັນ​ໄດ້,​ແລະ​ຍັງ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ."

ຄວາມ​ຫຍຸ້ງຍາກ​ຕົ້ນຕໍດ້ານ​ເຕັກນິກ​ຂອງ​ການ​ສົ່ງຕໍ່​ທວນ​ໄຟ​ຂຶ້ນ​ເທິງ​ຈອມພູ​​ໂຈ​ໂມລັງ​ມະ​ແມ່ນ​ເຮັດ​​ແນວ​ໃດ​​​ເຮັດ​ໃຫ້​​ໂຄມ​​ເຊື້ອ​ໄຟ​ລຸກແລ້ວ​ເຮັດ​ໃຫ້​ທວນ​ໄຟລຸກ​ຕະຫຼອດພາຍໃຕ້​ສະ ພາບດິນ​ຟ້າ​ອາກາດປັ່ນ​ປ່ວນ​ ຄື ສູງ​ກວ່າ​ລະດັບ​ໜ້ານ້ຳທະ​ເລຫຼາຍ ​​ແຮງ​ກົດ​ດັນ​ຂອງ​ອາ ກາດ​ຕ່ຳແລະ​ມີອົກ​ຊີ​ແຊນ​ໜ້ອຍພ້ອມ​ດ້ວຍ​ເງື່ອນ​ໄຂ​ການ​ຂົນ​ສົ່ງທີ່​ສັບສົນ​ທີ່​ສຸດ.

ທ່ານ​ຊີ້​​ເຫຼີຍ ຜູ້​ອອກ​ແບບຂອງ​ພະ​ແນ​ກຄົ້ນຄວ້າ​ພັດທະນາ​ທວນ​ໄຟ​ຂອງ​ກຸ່ມ​ບໍລິສັດ​ອຸດສາ ຫະກຳ​ວິທະຍາສາດ​ການບິນ​ຈີນ​ບອກ​ນັກ​ຂ່າວ​ວ່າ,ທວນ​ໄຟ​ທີ່​ຄົນ​ທັງຫຼາຍ​ເຫັນ​ໃນ​ຍາມ​ທຳ​ມະ​ດາ​ແມ່ນ​ທວນ​ໄຟ​ທົ່ງພຽງ,​​ນຳ​ໃຊ້​ວັດຖຸ​ເຊື້ອ​ໄຟໂພຼຜາ​ເນ​ທາດ​ນ້ຳທີ່​ບໍ່​ມີ​ມົນລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ.​ແຕ່​ພາຍ​ໃຕ້​ສິ່ງ​ແວດ​ລ້ອມ​ຂອງ​ພູ​​ໂຈ​ໂມລັງ​ມະ,​ໂພຼຜາ​ເນ​ມັກກ້າມ​ໃນ​ອຸນຫະ ພູມ​ທີ່​ຕ່ຳ​ທີ່​ສຸດ,​ແລ້ວ​ບໍ່​ສາມາດລຸກ​ຢ່າງ​ເປັນ​ປົກກະຕິ.​ເພື່ອ​​ແກ້​ໄຂ​ບັນຫາ​ດັ່ງກ່າວ,ພະ​ແນ​ກ ຄົ້ນຄວ້າ​ພັດທະນາ​ທວນ​ໄຟ​ໄດ້​ອອກ​ແບບທວນ​ໄຟ​ຂຶ້ນ​ຈອມພູ​​ໂຈ​ໂມລັງ​ມະ​ໂດຍ​ສະ​ເພາະ,​ແລະ​ໄດ້​ຄົ້ນຄວ້າ​ພັດທະນາ​ວັດຖຸ​ເຊື້ອ​ໄຟ​ທີ່​ເປັນ​ກ້ອນ​ທີ່​ໃຊ້​ສຳລັບ​ທວນ​ໄຟ​ຊະນິດ​ນີ້.ວັດຖຸ​ເຊື້ອ​ໄຟ​ຊະນິດ​ນີ້ມີ​ຄວາມ​ໄວ້​ວາງ​ໃຈ​ໄດ້​ສູງ,​ແປວ​ໄຟ​ຊັດ​ເຈນ,​ແລະ​ໃຊ້​ໄດ້​ງ່າຍ.​ເມື່ອ​ໃຊ້​ວັດ ຖຸ​ເຊື້ອ​ໄຟ​ທີ່​ເປັນ​ກ້ອນ​ຊະນິດ​ນີ້,​ເມື່ອ​ມີ​ລົມ​ທີ່​ແຮງ​ກວ່າ​ຂັ້ນ12,ກໍ​ສາມາດ​ຮັບປ​ະກັນ​ໃຫ້​ທວນ​ໄຟ​ລຸກ​ຢ່າງ​ສະດວກ.

ທ່ານ​ຊີ້​ເຫຼີຍກ່າ​ວວ່າ:"​ກ່ຽວ​ກັບ​ການ​ອອກ​ແບບວັດຖຸ​ເຊື້​ອ​ໄຟຊະນິດ​ນີ້,ຄວາມ​ກ້າວໜ້າ​ດ້ານ​ເຕັກນິກ​ຕົ້ນຕໍ​ແມ່ນ​​ໄຟ​ລຸກ​ຊ້າ.ຄວາມ​ໄວ​ຂອງ​ການ​ລຸກ​ຂອງ​ມັນຢູ່​ເທິງ​ຈອມ​ພູ​​ໂຈ​ໂມລັງ​ມະ​ແມ່ນ0,6ມີ​ລີ​ແມັດ​ຕໍ່​ວິນາທີ.ວັດຖຸ​ເຊື້ອ​ໄຟທີ່​​ເປັນ​ທ່ອນຍາວ250​ມີ​ລີ​ແມັດ​ສາ​ມາດ​ລຸກ​8​ນາ​ທີ​ຢູ່​ເທິງ​ຈອມພູ.ຄວາມ​ກ້າວໜ້າ​ອີກ​ອັນ​ໜຶ່ງ​ແມ່ນ​ໃນ​ເວ​ລາ​ໄຟ​ລຸກ​ຈະ​ມີຄວັນ​ໜ້ອຍ​ທີ່​ສຸດ,ນີ້​ແມ່ນ​ພວກ​ເຮົາ​ໄດ້​ທົດ​ລອງ​ຢ່າງ​ຫຼວງ​ຫຼາຍ,​ພວກ​ເຮົາ​​ໄດ້​ອອກ​ແບບ​ວັດຖຸ​ເຊື້ອ​ໄຟ​ຮ້ອຍ​ກວ່າ​ຊະ​ນິດ,​ແລະ​ປັບປຸງ​​ເທື່ອ​ແລ້ວ​ເທື່ອ​ອີກຈຶ່ງ​ໄດ້​ຮັບ​ວັດຖຸ​ເຊື້ອ​ໄຟ​ຊະນິດ​ນີ້."

​ໃນ​ເວລາ​ຄົ້ນຄວ້າ​ຜະລິດ​ຜະລິດ​ຕະພັນ​ສຳຮອງຂອງ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ,ນັກຄົ້ນ ຄວ້າ​ຂອງ​ພະ​ແນ​ກຄົ້ນຄວ້າ​ພັດທະນາ​ທວນ​ໄຟ​ອາດ​ເວົ້າ​ໄດ້ວ່າ​ແມ່ນ​ໄດ້​ຊອກ​ຫາ​ທຸກ​ວິທີ.​ເພື່ອ​ໃຫ້​​ແປວໄຟ​ມີ​ຄວາມ​ໝັ້ນທ່ຽງ,ພວກ​ເພີ່ນນອກຈາກ​ໄດ້ທົດ​ລອງ​ຄວາມ​ໄວ​ຕ່າງໆຂອງ​ລົມ​ຢູ່​ໃນ​ຫ້ອງ​ທົດ​ລອງ​ແລ້ວ,ຍັງ​ໄດ້​ໃຊ້​ວິທີ​​ແບບ​ດັ້ງ​ເດີມ​ທີ່​ສຸດ,ຄື ຕົວ​ເອງຊູ​ທວນ​ໄຟ​ແລ່ນ​ໄປມາ​ຢູ່​ໃນ​ຕຶກ​ຫ້ອງການ,​ເພື່ອສັງ​ເກດ​ເບິ່ງ​ການ​ປ່ຽນ​ແປງ​ຂອງ​ແປວ​​ໄຟ.

ປະຈຸ​ບັນ​ນີ້,ທວນ​ໄຟ​ແລະ​​ເຊື້ອ​ໄຟ​ທີ່​ຈະ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມະ​​ໄດ້​ມອບ​ໃຫ້​ແກ່​ທິມປີນພູ​ຈີນ​ທີ່​ຮັບຜິດຊອບ​ການ​ສົ່ງ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂຶ້ນ​ເທິງ​ຈອມ​ພູ,​ຄົນ​ທັງ​ຫຼາຍ​ກຳ​ລັງ​ຄອຍ​ຖ້າ​ວັນ​ທີ່​ທວນ​ໄຟ​ຂຶ້ນ​ເທິງ​ຈອມ​ພູ​​ໂຈ​ໂມ​ລັງ​ມະ​ຢ່າງ​ສຳ​ເລັດ​ຜົນ.