ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-02 20:20:38    
ເສັ້ນ​ທາງ​ທີ່​ທວນ​ໄຟ​ໂອ​ລິມ​ປິກ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ຕົກ​ລົງ​ແລ້ວ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 1 ພຶດສະພາ​ນີ້, ທ່ານ​ຊຸ່ນປິ່ນ ຜູ້​ຮັບຜິດຊອບ​ໜ່ວຍ​ງານຈອມ​ພູໂຈ​ໂມລັງ​ມາຂອງ​ພູຮີ​ມາ​ໄລຂອງ​ສູນສົ່ງ​ຕໍ່​ທວນ​ໄຟຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢືນຢັນ​ຕໍ່​ສື່​ມວນ​ຊົນ​ວ່າ, ​ໃນ​ກິດຈະກຳ​ສະ​ແດງທວນ​ໄຟ​ຢູ່​ຈອມ​ພູ​​ໂຈ​ໂມ​ລັງ​ມາ, ນັກ​ກິລາ​ປິນພູ​ຈະ​ປິນຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ ​ເຊິ່ງ​ເປັນ​ຈຸດສູງ​ສຸດ​ໃນ​ໂລກ​ຕາມ​ເສັ້ນທາງ​​​ເບື້ອງເໜືອ.

ກ່ຽວ​ກັບ​ຜູ້​ທີ່​ຈຳ​ນະ​ທວນ​ໄຟຂຶ້ນ​ໄປ​ທີ່​ຫຼາຍຄົນ​ສົນໃຈ, ທ່ານ​ຊຸ່ນປິ່ນ​ກ່າວ​ວ່າ, ຍັງ​ບໍ່​ທັນ​ຕົກລົງ​ເທື່ອ. ທ່ານ​ຊຸ່ນປິ່ນຍັງ​ເຜີຍ​ໃຫ້​ຮູ້ວ່າ, ຄະນະ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ປະກອບ​ດ້ວຍ​ນັກ​ກິລາ​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ຮ້ານ, ອາດ​ຈະ​ມີ​ຜູ້ຍິງ​ຫຼາຍຄົນ.