ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-03 17:06:27    
ຜູ້​ສະ​ໝັກ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຫຼາຍ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ

cri
ຕາມ​ຂ່າວ CRI: ວັນ​ທີ 3 ​ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນ ຫົວໜ້າ​ພະ​ແນ​ກອາສາ​ສະໝັກ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ຈຳນວນ​ຄົນ​ທີ່ສະໝັກ​ເປັນ​ອາສາ​ສະໝັກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ຫຼາຍກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ກ່ຽວຂ້ອງ, ທ່ານ​ລິວ​ຈ້ຽນ​ເວົ້າ​ສູ່​ຟັງ​ວ່າ, ວຽກ​ງານ​ສະໝັກ​ເປັນ​ອາ​ສາ​ສະໝັກ​ຂອງງານ​ກິລາ​ໂອ​ລິ​ມປິກ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 31 ມີນາ​​ແລ້ວ​ນີ້, ລວມມີ 1 ລ້ານ 1 ​ແສນ 2 ໝື່ນ​ຄົນຮ້ອງ​ຂໍ​​ເປັນ​ອາ​ສາ​ສະໝັກ, ​ໃນ​ນັ້ນ, ລວມທັງ​ຊາວ​ຈີນ​​ແລະ​ຈີນຕ່າງ​ດ້າວ​ເກືອບ 3 ໝື່ນ​ຄົນ​ແລະ​ຄົນ​ຕ່າງປະ​ເທດ 2 ໝື່ນ​ກວ່າ​ຄົນ.

ທ່ານ​ລິວ​ຈ້ຽນກ່າວ​ວ່າ, ວຽກ​ງານ​ເລືອກ​ອາ​ສາ​ສະໝັກ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ພຶດສະພາ​ນີ້​ເມື່ອ​ຮອດ​ເວລາ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ອາສາ​ສະໝັກ​ເຫຼົ່ານີ້​ຈະ​ໃຫ້ການ​ບໍລິການ​ຢູ່ 2600 ກວ່າຕຳ​ແໜ່​ງວຽກ​ງານ​ຢູ່​ສະໜາມ​ກິລາ​ທີ່​ຈັດການ​ແຂ່ງຂັນ, ສະໜາມ​ກິລາ​ທີ່​ບໍ່​ຈັດການ​ແຂ່ງຂັນ​ແລະ​ສະຖານ​ທີ່​ບໍລິການ​ຕ່າງໆ.