ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-04 17:35:52    
ຜູ້​ວ່າການ​ADB​ເຫັນ​ວ່າ ລາຄາ​ສະບຽງ​ອາຫານ​ແພງ​ຂຶ້ນ​ຫຼາຍ​ນັ້ນ​ບໍ່​ແມ່ນ​ຍ້ອນ​ການ​ສະໜອງ​ບໍ່​ພຽງພໍ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 3 ພຶດສະພາ​ນີ້,ທ່ານ​ຮາຣູຮີ​ໂຄ ຄູ​ໂຣດາ ຜູ້​ວ່າການ​ທະນາ​ຄານ​ພັດທະນາ​ອາຊີ​ຫຼືADB​ກ່າວ​ວ່າ,ລາຄາ​ສະບຽງ​ອາ​ຫານ​ຂອງ​ອາຊີ​ແພງ​ຂຶ້ນຫຼາຍ​ນັ້ນ,ບໍ່​ຄວນ​ຖິ້ມ​ໂທດ​ໃສ່ການ​ສະໜອງ​ບໍ່​ພຽງພໍ​ຢ່າງ​ດຽງ,ສະຖິຕິ​ທີ່​ຕ່າງ​ກັນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ,ທີ່​ຈິງ​ແລ້ວ,ການ​ສະໜອງ​ພືດ​ພັນ​ທັນ​ຍາ​ຫານ​ສ່ວນ​ຫຼາຍ​ແມ່ນ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,​ເວົ້າ​ສຳລັບ​ອາຊີ​ແລ້ວ,ການ​ສະໜອງ​ສະບຽງ​ອາຫານ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຢ່າງ​​ເຕັມທີ່.

ທ່ານ​ເຫັນ​ວ່າ,​ໃນ​ໄລຍະ​ທີ່​ຜ່ານ​ມາ,ລາຄາ​ສະບຽງ​ອາຫານ​ໂດຍ​ສະ​ເພາະ​ແມ່ນ​ລາຄາ​ເຂົ້າ​ສານໄດ້​​ແພງ​ຂຶ້ນ​ຢ່າງ​ກະທັນ​ຫັນ,ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ແລະການ​ຍາດຊື້,ນີ້​​ແມ່ນ​ສາ​ເຫດ​ຊຸກຍູ້​​ໃຫ້ລາຄາ​ສະບຽງ​ອາຫານສູງ​ຂຶ້ນ.