ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-04 17:43:03    
ຜູ້​ວ່າການ​ADBຄັດ​ຄ້ານ​ການ​ສ້າງ​ຕັ້ງ​ອົງການປະ​ເທດ​ສົ່ງ​ອອກ​ເຂົ້າ​ສານທີ່​ຄ້າຍຄື​ໂອ​​ເປັກ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 3 ພຶດສະພາ​ນີ້,ຢູ່ມາ​ດຼີດ,ທ່ານ​ຮາຣູຮີ​ໂຄ ຄູ​ໂຣດາ ຜູ້​ວ່າການ​ທະນາຄານ​ພັດທະ​ນາ​ອາຊີ​ຫຼືADBກ່າວ​ວ່າ,ທ່ານ​ຄັດຄ້ານ​ຂໍ້​ສະ​​ເໜີ​ຂອງ​ບາງ​ປະ​ເທດ​ທີ່​ຢາກ​ສ້າງ​ຕັ້ງ​ອົງການປະ​ເທດ​ສົ່ງ​ອອກ​ເຂົ້າສານ​ທີ່​ຄ້າຍຄື​ໂອ​ເປັກ.

ທ່ານ​ຮາຣູ​ຮີ​ໂຄ ຄູ​ໂຣດາ​ກ່າວ​ວ່າ,ການ​ຄ້າ​ຜະລິດ​ຕະພັນ​ກະສິກຳຄວນ​ຖື​ຕະຫຼາດ​ເປັນ​ທິດ​ທາງ,ການ​ສ້າງ​ຕັ້ງ​ອັນ​ທີ່​ວ່າ​"ອົງການປະ​ເທດ​ສົ່ງ​ອອກ​ເຂົ້າ​ສານ"ນັ້ນ​,ບໍ່​ພຽງ​ແຕ່ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດນຳ​ເຂົ້າ​ເຂົ້າສານ​ເທົ່າ​ນັ້ນ,ຍັງ​ຈະ​ບໍ່​ມີ​ຜົນ​ດີຕໍ່​ປະ​ເທດ​ສົ່ງ​ອອກ​ອີກ.ທ່ານ​ກ່າວ​ວ່າ,ສັງ​ເກດ​ຈາກ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ແລ້ວ,ການ​ຍົກ​ສູງ​ກຳລັງ​ການຜະ​ລິດຂອງ​ກະສິກຳ​ຈຶ່ງ​ແມ່ນ​ນະ​ໂຍບາຍ​ທີ່​ສຳຄັນ​ກວ່າ​ໝູ່​ເພື່ອ​ຮັບ​ມື​ກັບ​ສະພາບ​ລາຄາ​ສະບຽງ​ອາຫານ​ແພງ​ຂຶ້ນ​ໃນ​ປະຈຸ​ບັນ​ນີ້.ຫວ່າງ​ມໍ່ໆ​ນີ້,ລັດ​ຖະບານ​​ໄທ​ເຊິ່ງ​ເປັນ​ປະ​ເທດທີ່​ສົ່ງ​ອອກ​ເຂົ້າສານຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ໂລກ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ອົງການ​ປະ​ເທດ​ສົ່ງ​ອອກ​​ເຂົ້າສານ,ພາຍ​ໃນ​ອາ​ຊຽນ,ຟີ​ລິບ​ປິນ​ເຊິ່ງ​ເປັນ​ປະ​ເທດ​ໜຶ່ງ​ທີ່​ນຳ​ເຂົ້າຫຼາຍ​ກວ່າ​ໝູ່​ໃນໂລກ​ໄດ້​ຄັດຄ້ານຂໍ້​ສະ​ເໜີ​ດັ່ງກ່າວ​​.