ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 10:50:29    
ເຈົ້າ​ໜ້າ​ທີ່ທີ່​ກ່ຽວຂ້ອງ​ຂອງ​ສູ​ນກາງ​ຈີນ​ພົບ​ປະ​ກັບ​ຜູ້ຕາງໜ້າ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ໂດຍ​ຕອບ​ສະໜອງ​ຄວາມ​ຮ້ອງ​ຂໍຫຼາຍ​ເທື່ອ​ຂອງ​ດາ​ໄລລາ​ມະ,ວັນ​ທີ 4 ພຶດສະພາ​ນີ້,ຢູ່​ນະຄອນ​ເຊີນ​ເຈິ້ນ ພາກ​ໃຕ້​ຈີນ,​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ​ຈີນ​ຄືທ່ານ​ຈູ​ເວີຍ​ຊູນ​ແລະ​ທ່ານ​ຊີ​ຕາ​ໄດ້​ພົບ​ປະກັບ​ຜູ້ຕາງໜ້າ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ​ຄື​ທ່ານ​ໂລ​ດີ ​ເຈຍຣີ​ແລະ​ທ່ານ​ເຄີ​ຊາງ​ຈຽນ​ເຊ​ນ.

ທ່ານ​ຈູ​ເວີຍ​ຊູນ​ແລະ​ທ່ານ​ຊີ​ຕາ​ໄດ້​ຕອບ​ຂໍ້​ຂ້ອງ​ໃຈຂອງ​ທ່ານ​ໂລ​ດີ ​ເຈຍຣີ,​ແລະ​ໄດ້​​ແລກ​ປ່ຽນ​ຄວາມ​ເຫັນກັບ​ທ່ານ​ໂລ​ດີ ​ເຈຍຣີ​ແລະ​ທ່ານ​ເຄີ​ຊາງ​ຈຽນ​ເຊນ​ກ່ຽວ​ກັບ​ບັນຫາ​ການ​ຕິດ​ຕໍ່​ຫາລື​ກັນ​ໃນ​ອະນາຄົດ,​​ເຫັນ​ດີ​ຈະ​ຕິດ​ຕໍ່​ກັນອີກ​ໃນ​ເວລາ​ອັນ​ເໝາະ​ສົມ.

ວັນ​ທີ 4 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຂອງ​ສື່​ມວນ​ຊົນ​ຍີ່​ປຸ່ນປະຈຳ​ປັກ​ກິ່ງ 16 ​ແຫ່ງ,ທ່ານ​ກ່າວ​ວ່າ,ທ່ານມີ​ຄວາມ​ຫວັງ​ຢ່າງຈິງ​ໃຈ​ໃຫ້​ຝ່າຍດາ​ໄລລາ​ມະ​ຈົ່ງ​ໃຊ້​ການ​ກະທຳ​ຕົວ​ຈິງ​ມາ​ສະ​ແດງວ່າ​ໄດ້​ຢຸດຕິ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ ຢຸດຕິ​ການວາງ​ແຜນ​ແລະ​ຂົນຂວາຍການ​ກະທຳຮຸນ​ແຮງ​ແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ແທ້​ຈິງ,​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ການພົບ​ປະ​ຫາລື​ໃນ​ຂັ້ນ​ຕໍ່​ໄປ.