ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 10:54:59    
ປາ​ເລັສຕີນ​ກັບ​ອິສຣາ​ແອນ​ອາດ​ຈະສາມາດ​ເຊັນ​ສັນຍາ​ກ່ອນ​ທ້າຍ​ປີ​ນີ້

cri Author: cai
ຕາມ​ຂ່າວCRI:ວັນ​ທີ 4 ພຶດສະພາ​ນີ້,ຢູ່ຣາມາລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ນາງ​ຄອນ​ໂດລີ​ຊາ ​ໄຣ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ,ປາ​ເລັສຕີນ​ກັບ​ອິສຣາ​ແອນອາດ​ຈະສາມາດ​ເຊັນ​ສັນຍາ​ສັນຕິພາບນຳ​ກັນ​ໄດ້​ກ່ອນ​ທ້າຍ​ປີ​ນີ້.

ວັນ​ທີ 4 ພຶດສະພາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ພາຍຫຼັງ​ເຈລະຈາ​ກັບ​ທ່ານ​ມາ​ມຸດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,ນາງ​ໄຣສ໌ກ່າວ​ວ່າ,ອາ​ເມ​ລິ​ກາ​ເຫັນ​ວ່າ,​​ເປົ້າ​ໝາຍ​ທີ່​ເຊັນ​ສັນຍາ​ສັນຕິພາບ​ກ່ອນ​ທ້າຍປີ​ນີ້​ຍັງ​ອາດ​ຈະ​ບັນລຸ​ຜົນ​​ເປັນ​ຈິງ​ໄດ້.ນາງ​ຍັງ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ຢ່າ​ສູ່​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້ອິສຣາ​ແອນ​ກັບປາ​ເລັສຕີນ​ເຊັນ​ສັນຍາສະບັບ​ສຸດ​ທ້າຍ​ເຊັ່ນການສ້າງຖິ່ນ​ຖານ​ໃໝ່​​ເປັນຕົ້ນ,​ແລະ​ຊີ້​ອອກ​ວ່າ,ອິສຣາ​ແອນ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ເພື່ອ​ປັບປຸງ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​ເລັສຕີນ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ທ່ານ​ອັບ​ບາສກ່າວ​ວ່າ,ການ​ເຈລະຈາ​ໂດຍ​ສັນຕິລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ,​ເພື່ອ​ເຊັນ​ສັນຍາ​ສັນຕິພາບ​ພາຍ​ໃນ​ປີ​ນີ້,ປາ​ເລັສຕີນ​ກັບ​ອິສຣາ​ແອນ​ພວມ​ເລັ່ງລັດດຳ​ເນີນການ​ເຈລະຈາ​ໂດຍ​ສັນຕິ.