ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 16:10:01    
ປະ​ເທດ​ອາຊີ​ອາຄະ​ເນ​ຕັ້ງໜ້າ​ຮັບ​ມື​ວິ​ກິດ​ການ​ດ້ານ​ສະບຽງ​ອາ​ຫານ

cri

ຕາມ​ຂ່າວcri:​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ເຂົ້າ​ສານ​ຈ້າວ​ຂອງ​ຕະຫຼາດ​ສາກົນ​​ເພີ່ມຂຶ້ນຢ່າງ​ຕໍ່​ເນື່ອງ,ພາ​ໃຫ້ບາງ​ປະ​ເທດ​​ເກີດ​ຄວາມ​ກັງວົນແລະ​ຍາ​ດຊື້.​ໃນ​ຖານະເປັນ​ແຫຼ່ງສົ່ງ​ອອກ​ເຂົ້າຕົ້ນຕໍ​ໃນ​​ໂລກ,ຫວ່າງ​ມໍ່ໆ​ນີ້,ປະ​ເທດ​ອາຊີ​ອາຄະ​ເນ​ທະຍອຍ​ກັນ​ໃຊ້​ມາດ​ຕະການ​ຮັບ​ມື,ຕັ້ງໜ້າ​ພະຍາຍາມ​ເພື່ອ​ແກ້​ໄຂ​ວິ​ກິດ​ການດ້ານ​ສະບຽງ​ອາຫານ​ຂອງ​ໂລກ.

ໄທ​ເປັນ​ປະ​ເທດ​ສົ່ງ​ອອກ​​ເຂົ້າ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,ປີ2007ສົ່ງ​ອອກ​9ລ້ານ5​ແສນ5ໝື່ນ​ໂຕນ,​ສ້າງ​ລາຍ​ຮັບ3ຕື້​592ລ້ານ​ໂດ​ລາ.ອີງ​ຕາມ​ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ​ໄທ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້,​ໃນ4​ເດືອນ​ຕົ້ນ​ປີ​ນີ້,​ໄທ​ກໍ່​ໄດ້ສົ່ງອອກ​ເຂົ້າ4ລ້ານ7ໝື່ນ​ໂຕນ,​​ເພີ່ມ​ຂຶ້ນ74%​ເມື່ອ​ທຽບ​ກັບໄລຍະ​ດຽວ​ກັນ​ປີ​ກາຍ​ນີ້.ວັນ​ທີ4 ພຶດສະພາ​ນີ້,​ໃນ​ເວລາ​ກ່າວເຖິງ​ບັນຫາ​ເຂົ້າຢູ່​ບາງກອກ,ທ່ານສະໝັກ ສູນ​ທໍລະ​ເວດ ນາຍົກ​ລັດຖະ​ມົນຕີ​ໄທກ່າວ​ຢ່າງ​ຈະ​ແຈ້ງວ່າ,​ໃນ​ເວລາ​ທີ່​ໂລກ​ປະ​ເຊີນ​ໜ້າ​ກັບຂາດ​ສະບຽງ​ອາ​ຫານ,​ໄທ​ຈະ​ບໍ່​ໃຊ້​ນະ​ໂຍບາຍ​ທີ່​ຫ້າມສົ່ງອອກ.

ຫວຽດນາມ​ເປັນ​ປະ​ເທດ​ທີ່​ສົ່ງອອກ​​ເຂົ້າ​ໃຫຍ່​ທີ2​ໃນ​ໂລກ.ວັນ​ທີ28 ​ເມສາ​ແລ້ວ​ນີ້,ທ່ານ​ຫງຽນ​ເດ​ຕນຢຸງ ນາຍົກ​ລັດຖະ​ມົນຕີ​ຫວຽດນາມ​ກ່າວ​ວ່າ,ຫວຽດນາມ​ມີ​ການ​ສະ​ສົມ​​ເຂົ້າ​ຢ່າງ​ເຕັມທີ່,ສາມາດ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ.ຕາມ​ສະຖິຕິ,ປີ​ນີ້,ຫວຽດນາມ​ຍັງ​ຈະ​ສົ່ງ​ອອກ​ເຂົ້າ3ລ້ານ5​ແສນ​ໂຕນ.

ໃນ​ຖານະ​ເປັນປະ​ເທດ​ທີ່​ສົ່ງ​ອອກ​ເຂົ້າ, ປີ​ກາຍ​ນີ້​ກຳປູ​ເຈຍ​ໄດ້​ສົ່ງ​ອອກ​ເຂົ້າ1ລ້ານ5​ແສນ​ໂຕນ. ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​​ໃຫ້​ສຳພາດກ່ຽວ​ກັບ​ບັນຫາ​ສະບຽງ​ອາຫານ​ຂອງ​ໂລກ, ​ໂຄສົກ​ລັດຖະບານ​ກຳປູ​ເຈຍ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວກ່າວ​ວ່າ, ຖ້າ​ປ່ອຍ​ໃຫ້​ລາຄາ​ເຂົ້າ​ຖີບ​ສູງ​ຂຶ້ນ​ຕໍ່​ໄປ, ຍ່ອມ​ຈະ​ເກີດ​ຄວາມ​ວຸ້ນວາຍ​ດ້ານ​ລາຄາ​ສະບຽງ​ອາ​ຫານ, ນີ້​ບໍ່​ມີ​ຜົນ​ດີ​ຕໍ່ທຸກ​ປະ​ເທດ. ກ່ຽວ​ກັບຄວາມ​ຄິດ​ທີ່​ປະ​ເທດ​ຜະລິດ​​ເຂົ້າ​ຂອງ​ອາຊີ​ອາຄະ​ເນ​ສ້າງ​ຕັ້ງ​ອົງການ​ສົ່ງ​ອອກ​ເຂົ້ານັ້ນ, ກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມສະ​ໜັບສະ​ໜູນ.

ຟິລິບ​ປິນ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ນຳ​ເຂົ້າ​ສະບຽງອາຫານ​ຫຼາຍ. ວັນ​ທີ2ພຶດສະພາ​ນີ້, ທ່ານ​ອາ​ເຊີ ຢັບ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ຟິລິບ​ປິນເປີດ​ເຜີຍ​ວ່າ, ​ເມື່ອ​ໄດ້ພະຍາຍາມ​ແລ້ວ, ຟິລິບ​ປິນ​ໄດ້​ສັ່ງ​ຊື້ເຂົ້າ1ລ້ານ6​ແສນ​ໂຕນ, ​ແລະຍັງ​ຈະ​ຮັບ​ປະມູນ​ເກັບ​ຊື້​ເຂົ້າອີກ6​ແສນ7ໝື່ນ5ພັນ​ໂຕນ, ນີ້​ບໍ່ພ​ຽງ​ແຕ່​ຈະ​ຮັບປະກັນ​ຄວາມ​ຕ້ອງການ​ສະບຽງ​ອາ​ຫານ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ຈະ​ມີ​ຈຳນວນ​ໜຶ່ງ​ຮັກສາ​ໄວ້​ໃນ​ສາງ.

ວັນ​ທີ30​ເມສາ​ແລ້ວ​ນີ້, ທ່ານ​ສະ​ໝັກ ສຸນ​ທໍລະ​ເວດ​ ນາຍົກລັດ​ຖະມົນຕີ​ໄທ​ໄດ້​ພົບ​ປະ​ເຈລະ​ຈາກັບ​ທ່ານ​ເທັນ​ເຊັນ ນາຍົກລັດ​ຖະມົນ​ຕີມຽນ​ມາທີ່​ໄປ​ຢ້ຽມຢາມ​​ໄທ​, ທ່ານ​ສະ​ເໜີ​ວ່າ, ​ໄທ ຫວຽດນາມ ກຳປູ​ເຈຍ​ ລາວ ​ແລະ​ມຽນມາ​ທີ່​ເປັນ5ປະ​ເທດ​ສົ່ງ​ອອກ​ເຂົ້າສານ, ສາມາດ​ສ້າງ​ຕັ້ງ​ອົງການ​ສົ່ງ​ອອກ​ເຂົ້າ​ທີ່​ຄ້າຍຄື​ກັບ​ອົງການ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາ​ດຮ່ວມ​ກັນ, ​ແລະ​ມີ​ຜົນ​ສະທ້ອນ​ຕໍ່​ລາຄາ​ເຂົ້າ​ຂອງ​ໂລກ. ​ແຕ່​ທ່ານ​ຄູ​ໂຣດາ ຮາຣູຮີ​ໂກ ຜູ້​ວ່າການ​ທະນາຄາ​ນພັດທະນາ​ອາຊີ​ໄດ້​ຄັດຄ້ານ​ຂໍ້​ສະ​ເໜີ​ດັ່ງກ່າວ. ທ່ານ​ເຫັນ​ວ່າ, ການ​ສ້າງ​ຕັ້ງ​ອົງການ​ແບບ​ນີ້​ບໍ່ພ​ຽງ​ແຕ່​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ທີ່ນຳ​ເຂົ້າເທົ່າ​ນັ້ນ, ມັນຍັງ​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ສົ່ງ​ອອກ​ນຳ​ອີກ. ຟິລິບ​ປິນກໍ່​ໄດ້​ຄັດຄ້ານ​ຂໍ້​ສະ​ເໜີ​ດັ່ງກ່າວ. ສະ​ນັ້ນ, ນັກ​ວິ​ເຄາະ​ເຫັນ​ວ່າ, ​ແນ​ວ​ຄິດລິ​ເລີ່​ມ​ດັ່ງກ່າວ​ຈະ​ປະກົດ​ຜົນ​ເປັນ​ຈິງ​ຫຼື​ບໍ່​ຍັງ​ຄາດ​ຄະ​ເນ​ຍາກ​ໃນ​ປະຈຸ​ບັນ.