ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 17:02:53    
ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຈະ​​ເລີ່​ມ​ການ​ເດີນທາງ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ

cri

ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ລັດຖະບານ​ຍີ່ປຸ່ນ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 10 ພຶດສະພາ​ນີ້. ນີ້​ແມ່ນ​ປະມຸກ​ລັດ​ຈີນ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ 10 ປີ​. ກ່ອນ​ຈະ​ໄປ​ຢ້ຽມຢາມ, ທ່ານ​ຫູ​ຈີນ​ທ່າວ​ໄດ້​ໃຫ້​ສຳພາດ​ຂ່າວ​​ຂອງ​ສື່​ມວນ​ຊົນ​ຍີ່​ປຸ່ນປະຈຳ​ປັກ​ກິ່ງ 16 ​ສຳນັກ. ທ່ານ​ກ່າວ​ວ່າ, ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ແມ່ນ​ການ​ເດີນທາງ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ, ຫວັງ​​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ສາມາດ​ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​​ໃຫ້​ປະ​ໂຫຍ​ດ​ເຊິ່ງກັນ​ແລະ​ກັນ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງຮອບ​ດ້ານ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.
​​ໃນ​ການ​ເລີ່​ມຕົ້ນ​ຂອງ​ການ​ໃຫ້​ສຳພາດຂ່າວ​ໃນ​ວັນ​ທີ 4 ພຶດສະພາ​ນີ້, ກ່ອນ​ອື່ນ, ປະທານ​ຫູ​ຈີນ​ທ່າວ​ໄດ້​ຝາກນັກ​ຂ່າວ​ຍີ່ປຸ່ນ​ທີ່​ເຂົ້າ​ຮ່ວມ​ການ​ສຳພາດ​ຂ່າວສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຢ່າງຈິງ​ໃຈ​ແລະ​ຄວາມ​ອວຍພອນອັນ​ດີງາມ​​ໄປ​ເຖິງ​ປະຊາຊົນ​ຍີ່ປຸ່ນ. ຜູ້ນຳ​ສູງ​ສຸດ​ຈີນ​ໄດ້​ພັນ​ລະ​ນາ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ຕົນ​ທີ່​​ເລີ່​ມຂຶ້ນຈະ​ດຳ​ເນີນ​ນັ້ນ​ເປັນ"ການ​ເດີນທາງ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ", ​ແລະອວຍ​ພອນ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ຈີນ​ກັບ​ຍີ່ປຸ່ນມີ​ຄວາມ​ອົບ​ອຸ່ນ​ຕະຫຼອດ.

ປີ​ນີ້​ແມ່ນ​ຈີນ​ຍີ່ປຸ່ນ​ເຊັນສົນທິ​ສັນຍາ​ສັນຕິພາບມິດຕະພາບ​ຄົບຮອບ 30 ປີ. ​ໃນ​ການ​​ໃຫ້ສຳພາດ​ຂ່າວ, ທ່ານ​ຫູ​ຈີນ​ທ່າວ​ໄດ້​ຕີ​ລາ​ຄ່າ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ 30 ປີ​ຜ່ານ​ມາ, ​ແລະ​ຊີ້​ອອກ​ວ່າການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນຂະຫຍາຍຕົວ​ບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ່ນຂອງ​ອາຊີ​ກໍ​ຄື​ຂອງ​ໂລກ. ທ່ານ​ກ່າວ​ວ່າ:

 "ຄວາມ​ຈິງ​ຢືນຢັນ​ຢ່າງ​ເຕັມ​ສ່ວນວ່າ, ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ຖານປະ​ເທດ​ໃກ້​ຄຽງ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນທີ່​ໝັ້ນ​ທ່ຽງ​ຍາວ​ນານ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ສອງປະ​ເທດ​​ແລະ​ປະຊາຊົນ​ສອງ​ຊາດ. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຍີ່ປຸ່ນຂອງ​ຂ້າພະ​ເຈົ້າ​ເທື່ອ​ນີ້​ແມ່ນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ, ​ແລະ​ກັນ​ເພີ່ມທະວີ​ມິດຕະພາບ, ລົງ​ເລິກ​ການ​ຮ່ວມ​ມື, ວາງ​ແຜນ​ອະນາຄົດ, ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ໃຫ້​ປະ​ໂຫຍ​ດ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ຮອບດ້ານ.
ທ່ານ​ຫູ​ຈີນ​ທ່າວ​ເຫັນ​ວ່າ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ສອງ​ຊາດແມ່ນ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ທີ່​ຈີນ​ກັບ​ຍີ່ປຸ່ນ​ພັດທະນາ​​​ໄມຕີ​ຈິດມິດຕະພາບ. ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້​ທ່ານ​ໄດ້​ຮູ້ຈັກ​​ໝູ່​ເພື່ອນ​ຍີ່ປຸ່ນ​ຫຼາຍ​ຄົນ, ​ໃນ​ນັ້ນ​ມີ​ນັກ​ການ​ເມືອງ, ນັກທຸລະກິດ​ແລະ​ສາຂາ​ອາຊີບ​ອື່ນໆ. ການ​ຄົບ​ຄາ​ສະມາຄົມ​ເຫຼົ່າ​ນີ້​ກໍ​ໄດ້​​ເຮັດ​ໃຫ້​ທ່ານ​​ເຂົ້າ​ໃຈ​ແລະ​ຮູ້ຈັກ​ປະຊາຊົນ​ຍີ່ປຸ່ນ​ດີກ​ວ່າ​ເກົ່າ. ທ່ານ​ຫວັງ​ວ່າຜ່ານ​ການ​ຢ້ຽມຢາມ​ຍີ່ປຸ່ນ​ເທື່ອ​ນີ້, ສາມາດ​ພົບ​ປະ​ກັບ​ເພື່ອນ​ເກົ່າ​ແລະ​ຮູ້ຈັກກັບ​ເພື່ອນ​ໃໝ່​ຫຼາຍ​ກວ່າ​ເກົ່າ.

​ໃນ​ການ​ຂະຫຍາຍ​ການພົວພັນ​ລະຫວ່າງ​ຊາດ​ຈະ​ປະກົດ​ມີ​ບັນຫາ​ຈຳນວນ​ໜຶ່ງ​​ແມ່ນຫຼີກ​ລ້ຽງ​ບໍ່​ໄດ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ກໍ​​ເຊັນ​ດຽວ​ກັນ. ສຳ​ລັບ​ເລື່ອງ​ນີ້, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ, ມີ​ບາງຄວາມ​ເຫັນ​​ແຕກຕ່າງ​ກັນ​ແມ່ນ​​ເລື່ອງປົກກະຕິ, ຂໍ​ກະ​ແຈ​ແມ່ນ​ວິທີ​ຊຳລະ​​ແກ້​ໄຂຂໍ້​ຂັດ​ແຍ່ງ​ແລະ​ບັນຫາຕ່າງໆ

"ສິ່ງ​​ສຳຄັນ​ແມ່ນ​ສອງ​ຝ່າຍ​ຄວນ​ມີ​ຄວາມ​ຈິງ​ໃຈ​ຊື່​ກົງ, ​ແລກປ່ຽນ​ກັນ​ຢ່າງ​ໄມຕີ​ຈິດ​​ສະ​ແຫວ​ງຫາ​ອັນ​ຄື​ກັນ​ແຕ່​​ເຄົາລົບ​ສິ່ງ​ທີ່​ຕ່າງ​ກັນ​, ຮ່ວມ​ກັນ​ຊຸກຍູ້​ໃຫ້​ປະຊາຊົນ​ສອງ​ຊາດ​ມີ​ມິດຕະພາບ, ຮັກສາ​ພາກ​ສ່ວນ​ໃຫຍ່ທີ່​ຂະ​ຫຍາ​ຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ສຳລັບ​ບັນຫາ​ຮ່ວມ​ກັນ​ພັດທະນາ​ບໍ່​ນ້ຳມັນ​ທີ່​ປົນ​ອາຍ​ແກັສຢູ່ທະ​ເລ​ຈີນຕາ​ເວັນ​ອອກທີ່​ຝ່າຍ​ຍີ່ປຸ່ນ​ເອົາ​ໃຈ​ໃສ່​ທີ່​ສຸດນັ້ນ, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນ​ວ່າ, ຝ່າຍ​ຈີນ​ກໍ​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ດັ່ງກ່າວ​ໃນ​ລະດັບ​ສູງ. ອີງ​ຕາມ​ຄວາມ​ຮັບ​ຮູ້​​ທີ່​ເປັນເອກະສັນ​ກັນ​ທີ່​ຜູ້ນຳ​ສອງ​ປະ​ເທດ​ບັນລຸ​ນັ້ນ, ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການປຶກສາ​ຫາລືທີ່​ມີ​ຜົນ​ປະ​ໂຫຍ​ດ, ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ. ຈີນ​ເຊື່ອ​ວ່າ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ຈະສາມາດ​ຊອກ​ຫາ​​ວິທີທີ່​ສອງ​ຝ່າຍ​ເຫັນ​ດີ​ນຳ​ແລະ​ແກ້​ໄຂ​​ໃຫ້​ຕົກຢ່າງ​ເໝາະ​ສົມ.

ສຳລັບ​ຜົນສຳ​ເລັດຂອງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ເທື່ອ​ນີ້, ທ່ານ​ຫູ​ຈີນ​ທ່າວ​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເຕັມຢຽມ, ​ແລະ​ເຊື່ອ​ວ່າ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​​ຂອງ​ສອງ​ຝ່າຍ, ການ​ຢ້ຽມຢາມ​ເທື່ອ​ນີ້ຈະໄດ້​ຮັບ​ໝາກຜົນ​ທີ່​ຄາດ​ໄວ້​ຢ່າງ​ແນ່ນອນ.