ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 15:57:24    
ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ເຮັດ​ໃຫ້​ສາຍ​ທາງ​ທ່ອງ​ທ່ຽວ​ລະ​ດັບ​ດີ​ເລີດ​ຂອງ​ໂລກ​​ເກີດ​ຂຶ້ນ​ໃນ​ເບື້ອງ​ຕົ້ນ

cri
ຕາມ​ຂ່າວສານ​ຊີ​ນຮວາ:ຕັ້ງ​ແຕ່​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​​ເລີ່​ມ​ແລ່ນ​ລົດ​ໄຟ​ໄດ້​ເປັນຕົ້ນມາ, ​ແຫລ່ງ​ທ່ອງ​ທ່ຽວຕາມ​ທາງ​ລົດ​ໄຟ​ສາຍ​ນີ້​ພວມ​ເປີດຜ້າ​ປົກ​ອັນ​ເລິກ​ລັບ​ຢູ່​ຕໍ່ຫນ້າ​ນັກ​ທອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ເປັນ​ກ້າວໆ,​ຈຸດຫມາຍ​ປາຍທາງ​ຂອງ​ການທ່ອງທ່ຽວ​ລະດດັບ​ດີ​ເລີດ​ຂອງ​ໂລກ​ພວມ​ຄ່ອຍໆ​ກໍ່​ຕົວ​ຂຶ້ນ.

ຜູ່​ຮັບຜິດຊອບ​ຂອງ​ພະ​ແນ​ກການທ່ອງ​ທ່ຽວ​ແຂວງ​ຊິງ​ຫາຍ​ຂອງ​ຈີນ​ກ່າວ​ວ່າ, ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດທີ່​​ເລີ່​ມ​ແລ່ນ​ໄດ້​ນຳ​ເອົາ​ໂອກາດ​ການ​ຄ້າ​ອັນ​ມະຫາສານ​ມາ​ໃຫ້​ຂະ​ແຫນງ​ການ​ກິນ​ດຶ່ມ ​ໂຮງ​ແຮມ​ແລະ​ຄົມມະ​ນາ​ຄົມ​ຂອງ​ແຂວງ​ຊິງ​ຫາຍ​ແລະ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ. ຕົວ​ເລກສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2007 ​ແຂວງ​ຊິງ​ຫາຍ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ກວ່າ 10 ລ້ານ​ເທື່ອ​ຄົນ, ​ເຂດ​ຕິ​ເບ​ດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ກວ່າ 4 ລ້ານ​ເທື່ອ​ຄົນ, ​ເປັນ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ.

ນັກວິຊາການ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ, ຢູ່​ຕາມ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດຈະ​ສ້າງ​ເສັ້ນທາງ​ທ່ອງ​ທ່ຽວ​ລະດັບ​ດີ​ເລີດ​ທີ່​ທົ່ວ​ໂລກ​ຈະ​ໃຫ້​ຄວາມ​ນິຍົມ​ຊົມ​ຊອບ.