ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 17:51:45    
ມຽນ​ມາ​ປະສົບ​ລົມ​ພາຍຸ​ເຂດ​ຮ້ອນ ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ

cri

ຕອນ​ບ່າຍ​ວັນ​ທີ5​ພຶດສະພາ​ນີ້, ທ່ານ​ອູ​ນຽນ​ວິນ ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ມຽນ​ມາ​ໄດ້​ແຈ້ງ​ຂ່າວ​ໃຫ້​ບັນດາ​ທູຕາ​ນຸທູດຊາບ​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ພາຍຸ​ແຮງ​ເຂດ​ຮ້ອນ​ທີ່ພັດ​ເຂົ້າມຽນມາ​ໃນ​ວັນ​ທີ2ພຶດ​ສະພາ​ນີ້​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້1​ໝື່ນ5​ພັນ​ຄົນ​ເສຍ​ຊີວິດ, ຄາດ​ວ່າ​ຈຳ​ນວນ​ຄົນ​ເສຍ​ຊີວິດຍັງ​ອາດ​ຈະ​ເພີ່ມ​ຂຶ້ນ.

ແຕ່​ເດີມລົມ​ພາຍຸ​ເຂດ​ຮ້ອຍ​ທີ່​ມີ​ຊື່​ວ່າ ນາ​ກິ​ສ​ແມ່ນ​ພັດໄປ​ທາງ​ບັງ​ກາ​ລາ​ເດັດ, ​ແຕ່​ໃນ​ວັນ​ທີ2​ພຶດສະ​ພາ​ນີ້​ພາຍຸໄດ້​ປ່ຽນທິດ​ຢູ່​ອ່າວ​ບັງ​ການ​ຢ່າງ​ກະທັນ​ຫັນ, ​ແລະ​ພັດໄປ​ທາງ​ມຽນມາ​ໂດຍ​ກົງ. ລົມພາ​ຍຸ​ເຂດ​ຮ້ອນ​ແກມ​ຝົນ​ຕົກ​ໜັກ​​ໄດ້ຂຶ້ນ​ບົກ​ຢູ່​ປາກ​ແມ່​ນ້ຳ​ອີຣາວາ​ດີອອກ​ສູ່​ທະ​ເລ​ທີ່​ໄກ​ຈາກ​ນະຄອນ​ຢາງ​ກຸງ​ໄປ​ທາງທິດ​ຕາ​ເວັນ​ຕົກສຽງ​ໃຕ້220ກິ​ໂລ​ແມັດ, ​ແລ້ວ​ສຸມ​ໄປ​ໃສ່​ເຂດ​ສາມ​ຫຼ່ຽມ​ລະ​ຫວ່າງ​ຢາງ​ກຸງ​ກັບ​ແມ່​ນ້ຳ​ອີຣາວາ​ດີ, ຄວາມ​ໄວ​ສູງ​ສຸດ​ຂອງ​ລົມ​ພາຍຸ​​ແມ່ນ​190ຮອດ​240ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ດຽວ​ນີ້ພຽງ​ແຕ່​ຢູ່​ແຂວງ​ອີຣາວາ​ດີ​ແຂວງ​ດຽວ, ກໍ​ມີຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຫຼາຍ​ກວ່າ1​ໝື່ນ1ພັນ​ຄົນ​ແລ້ວ.

ລົມພາຍຸ​ເຂດ​ຮ້ອນ​ໄດ້​ທຳລາຍ​ສິ່ງ​ກໍ່ສ້າງ​ນັບ​ເປັນ​ໝື່ນ​ຫຼັງ, ​ເຮັດ​ໃຫ້ຊາວ​ເມືອງຫຼາຍ​ບໍ່​ມີ​ບ່ອນ​ຢູ່, ພຽງ​ແຕ່​ຢູ່​ເກາະ​ໄຫ​ກີ​​ແຂ​ວງອີຣາວາ​ອີ​ແຫ່ງ​ດຽວ​ກໍ່​ມີ​ເກືອບ1​ແສນ​ຄົນບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ. ລົມພາຍຸ​ຍັງ​ພາ​ໃຫ້​​ຂາດ​ນ້ຳ​ຂາດ​ໄຟ​ໄຟ້ ​ຫົນທາງ​ເພພັງ ການ​ສື່ສານ​ຖືກ​ຕັດຂາດ, ນ້ຳ​ກິນ​ກໍ່​ຂາດ​ຫຼາຍ​ທີ່​ສຸດ. ປະຈຸ​ບັນ, ລັດ​ຖະ​ບານ​ມຽນມາ​ປະ​ກາດ​ໃຫ້ນະ​ຄອນ​ຢາງ​ກຸງ ​ແຂວງ​ອີຣາວາ​ດີ ​ແຂວງ​ເປ​ກູ ກິ່ງ​ແຂວງ​ມົນ​ແລະ​ກິ່ງ​ແຂວງ​ຄາ​ເຣັນ​ເປັນ​ເຂດ​ປະສົບ​ໄພ​, ​ແລະ​ປະກາດ​​ເຂົ້າ​ສູ່ພາວະ​ສຸກ​ເສີນ​ຢູ່​ເຂດ​ປະສົບ​ໄພ​ຢ່າງ​ໜັກໜ່ວງ.

ປະຈຸ​ບັນ, ມຽນມາ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການຕ້ານ​ໄພ​ແລະ​ກູ້​ໄພ​ສູນ​ກາງ​ທີ່​ມີ​ນາຍົກ​ລັດຖະ​ມົນຕີ​ເຕັນ​ເຊັນ​ເປັນ​ຫົວໜ້າ, ​ແລະ​ໄດ້​ສົ່ງ​ໜ່ວຍ​ງານ10ໜ່ວຍ​ລົງ​​ໄປສູ່​ເຂດ​ປະສົບ​ໄພ​ເພື່ອ​​ໃຫ້​ການ​ຊ່ອຍ​ເຫຼືອ. ​ເຈົ້າ​ໜ້າ​ທີ່​ກະຊວງຖະ​ແຫຼ​ງຂ່າວ​ມຽນມາ​ກໍ່​ໄດ້​ກ່າວ​ວ່າ, ລັດຖະບານ​ໄດ້​ສົ່ງ​ກອງ​ທະຫານ​ໄປ​ເຂົ້າ​ຮ່ວມ​ກູ້​​ໄພແລະ​ຟື້ນ​ຟູຄືນ​ໃໝ່. ສະ​ພາກາ​ແດງ​ມຽນມາ​ກໍໄດ້​ເລີ່​ມ​ແຈກຢາຍ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃຫ້​ຜູ້​ປະສົບ​ໄພ.

ນະຄອນຢາງ​ກູ​ງ​ທີ່​ມີປະ​ຊາກ​ອນ5ລ້ານ​ຄົນເຄີຍ​ເປັນ​ນະຄອນຫຼວງ​ຂອງ​ມຽນມາ,ປັດຈຸບັນ​ແມ່ນ​ສູນ​ກາງ​ເສດຖະກິດ​ຂອງ​ມຽນມາ,​ເມືອງ​ນີ້​ປະສົບ​ໄພ​ອັນ​ໜັກ​ໜວງ.ສະໜາມ​ບິນສາກົນທີ່​ຖືກສັ່ງ​ປິດ​ໄດ້​ເລີ່​ມບໍລິການ​ຕໍ່​ຖ້ຽວ​ບິນສາກົນ​ແລະ​ພາຍ​ໃນ​ປະ​ເທດ​ຄືນ​ໃໝ່ໃນ​ວັນ​ທີ5 ພຶດສະພາ​ນີ້.ລະບຽບ​ສັງຄົມ​ຂອງ​ຢາງ​ກູ​ງ​​ເປັນປົກກະຕິ,ຖະໜົມ​ສາຍ​ຫຼັກ​ໄດ້​ຮັບ​ການ​ອະນາ​ໄມ​ທຳ​ຄວາມ​ສະອາດ,​ການ​ສື່ສານຂອງ​ບາງ​ເຂດ​ໄດ້​ຟື້ນ​ຟູ,​ແຕ່ໄຟຟ້າ​ແລະ​ນ້ຳຍັງ​ຂາດ​ເຂີນ​ຢູ່.ບໍລິສັດ​ໄຟຟ້າ​ແລະ​​ເຈົ້າ​ໜ້າ​ທີ່​ເທສະ​ບານ​ພວມ​ຍາດ​ສ້ອມ​ແປງ​ສິ່ງ​ກໍ່ສ້າງຕ່າງໆ​ຢ່າງ​ຂຸ້ນຂ້ຽວ.

ສະພາບ​ປະສົບ​ໄພ​ຂອງ​ມຽນມາ​ໄດ້​ພາ​ໃຫ້ປະຊາ​ຄົມ​ໂລກ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ ​.ວັນ​ທີ5 ພຶດສະພາ​ນີ້,ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອຊ່ອຍ​ເຫຼືອ​ກູ້​ໄພ​ມຽນມາ​ທີ່​ປະສົບ​ໄພ​ລົມພາຍຸ​ແຖບ​ຮ້ອນ.​ໂຄງການ​ອາຫານ​ໂລກ​ໄດ້​ຂົນ​ສົ່ງສະບຽງ​ອາຫານ500​ໂຕນ​​ໄປ​ໃຫ້ສູ່​ເຂດ​ປະສົບ​ໄພ​ໂດຍ​ດ່ວນ.ນອກ​ນີ້,ອົງການ​ທີ່ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ພວມ​ຈັດ​ວາງ​ແຜນການ,​ເພື່ອ​ຮຽກຮ້ອງການ​ຊ່ອຍ​ເທືອ​ດ່ວນ​ຈາກປະຊາ​ຄົມ​ໂລກ.

ວັນ​ທີ4 ພຶດສະພາ​ນີ້,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ໂທລະສັບ​​ໄປ​ຫາທ່ານ​ອູ​ນຽນ​ວິນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ,​ເພື່ອຖາມ​ຂ່າວ​ຄາວ​ເຫດ​ປະສົບ​​ໄພ​ລົມພາຍຸ​​ເທື່ອ​ນີ້.

ວັນ​ທີ5 ພຶດສະພາ​ນີ້,ຄະນະ​ກຳມະການ​ສະຫະພາບ​ເອີ​ລົບປະກາດ​ວ່າ​​ໃຫ້ການ​ຊ່ອຍ​ເຫຼືອດ້ານມະນຸດສະທຳ​ດ່ວນ2ລ້ານ​ເອີ​ໂລ​ໃຫ້​ມຽນມາ.

ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຢາງ​ກູ​ງ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ດ່ວນ​ໂດຍ​ຜ່ານ​​ໂຄງການ​ອາຫານ​ໂລກ.ວັນ​ທີ5 ພຶດສະພາ​ນີ້,ທ່ານ​ສະ​ກອັດ ​ໄມ​​ໂຄ​ວ ສະ​ແຕນ​ເຊ​ວ ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ,ອາ​ເມ​ລິາກພວມ​ພິຈາລະນາ​ໃຫ້​ການ​ຊ່ອຍ​ເຫຼືອ​ອື່ນໆ.ລັດຖະບານ​ອິນ​ເດຍສົ່ງ​ສານ​ສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວ​ລັດຖະບານ​​ແລະ​ປະຊາຊົນ​ມຽນມາ,​ແລະ​ກ່າວ​ວ່າ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​ດ່ວນ​ໃຫ້​ປະຊາຊົນ​ມຽນມາ.ກະຊວງ​ການ​ຕ່າງປະ​ເທດ​​ໄທ​ໄດ້​ສຊ່ອຍ​ເງິນ5​ໝື່ນ​ໂດ​ລາ,ກອງທັບ​ຂອງ​ໄທກໍ່​ໄດ້​ຊ່ອຍ​ອາຫານ​ແຫ້ງ​ແລະ​ຢາປົວ​ພະຍາດ,​ແລະ​ຈະ​ສົ່ງ​ຍົນ​ທະຫານ​ຂົນ​ສົ່ງ​​ເຄື່ອງຊ່ອຍ​ເຫຼືອ9​ໂຕນ​​ໄປ​ໃຫ້ມຽນມາ​ໃນ​ວັນ​ທີ6 ພຶດ​ສະພາ​ນີ້.