ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 11:54:19    
ທ່ານ​ຫູ​ຈີນ​ທ່າວ​ພົບ​ປະ​ກັບເຈົ້າ​ຈັກ​ກະພັດ​ອາ​ຄີ​ຮີ​​ໂຕ​ຍີ່​ປຸ່ນ​ແລະ​​ເຈລະ​ຈາ​ກັບ​ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ

cri Author: cai
ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ 7 ພຶດສະພາ​ນີ້,​ເຈົ້າ​ຈັກກະພັດ​ອາ​ຄີ​ຮີ​ໂຕ​ຍີ່ປຸ່ນ​ໄດ້​ຈັດ​ພິທີຕ້ອນຮັບ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ມາ​ຢ້ຽມຢາມ​ຍີ່ປຸ່ນຢ່າງ​ເປັນ​ທາງ​ການ.ຈາກ​ນັ້ນ,ທ່ານ​ຫູ​ຈີນ​ທ່າວ​ໄດ້​ພົບ​ປະເຈລະຈາ​ກັບທ່ານ​ຟູ​ຄູ​ດາ ຢາ​ຊູໂອ ນາຍົກ​ລັດ​ຖະ​ມົນຕີ​ຍີ່ປຸ່ນ.

ປະມານ 9 ​ໂມງຂອງວັນ​ທີ 7 ພຶດສະພາ​ນີ້ຕາມເວລາ​ທ້ອງ​ຖິ່ນ,​ເຈົ້າ​ຈັກກະພັດ​ອາ​ຄີ​ຮີ​ໂຕ​ຍີ່ປຸ່ນ​ໄດ້​ຈັດ​ພິທີ​ຕ້ອນຮັບ​ທ່ານ​ຫູ​ຈີນ​ທ່າວ​ຢູ່​ໃນ​ພະ​ລາຊະ​ວັງ.ຫຼັງ​ຈາກ​ນັ້ນກໍໄດ້​ພົບ​ປະກັນ.

ຕໍ່​ມາ,ທ່ານ​ຫູ​ຈີນ​ທ່າວ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານ​ຟູ​ຄູ​ດາ ຢາ​ຊູ​ໂອ.ຜູ້ນຳ​ສອງ​ປະ​​ເທດ​ເພື່ອ​ສ້າງ​ສະພາບການ​ອັນ​​ໃໝ່​ຂອງ​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່ໃຫ້​ປະ​ໂຫຍ​ດ​ແກ່​ກັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ຢ່າງ​ຮອບ​ດ້ານ,ຮ່ວມ​ກັນ​ວາງ​​ແຜນຂະ​ຫຍາ​ຍການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດໃນ​ອະນາຄົດຈາກ​ລະດັບ​ຍຸດ​ທະ​ສາດ​ແລະ​ດ້ວຍ​ສາຍຕາອັນ​ຍາວ​ໄກ,ປະຕິບັດຫຼັກການ​ຊີ້​ນຳ​ອັນ​ສຳຄັນ​ໃນ​ການ​ຂະຫຍາຍ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພາຍ​ໃຕ້​ສະພາບ​ການ​ໃໝ່,ກຳນົດ​ທິດ​ແລະ​ຂົງ​ເຂດຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​​ສຳ​ລັບ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ,​ແລະ​ສ້າງ​ຂອບ​ການ​ພົວພັນ​ຈີນ​ຍີ່ປຸ່ນ​ທີ່​ຂະ​ຫຍາ​ຍຕົວຢ່າງ​ຍາວ​ນານ​ແລະ​ໜັກ​ແໜ້ນ.

ທ່ານ​ຫູ​ຈີນ​ທ່າວ​ເລີ່​ມ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດ​ຖະກິດ​​ແຕ່​ວັນ​ທີ 6 ພຶດສະ​ພາ​ນີ້​​ເປັນ​ຕົ້ນ​ມາ,ຊຶ່ງ​ເປັນການ​ຢ້ຽມຢາມ​ໃນ​ລະ​ດູ​ບານ​ໃໝ່ທີ່​ອົບ​ອຸ່ນເປັນ​ເວລາ 5 ວັນ.ນີ້​ແມ່ນ​ປະ​ມຸກ​ລັດ​ຈີນ​ໄປ​ຢ້ຽມຢາມ​ຍີ່ປຸ່ນໃນ​ຮອບ 10 ປີ.