ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 14:23:46    
ໜັງສືພິມ​ເຢິນມິນ​ຢື້​ປ້າວ​​ຊີ້​ອອກ​ວ່າ, ມີ​ແຕ່​ຢຸດຕິ​ການ​ແບ່ງ​ແຍກ​ຈິ່ງ​ມີ​ທາງ​ອອກ

cri

ຕາມ​ຂ່າວCRI, ໜັງສືພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ວັນ​ທີ7​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ, ກຸ່ມດາ​ໄລລາ​ມະ​ມີ​ແຕ່​ຢຸດຕິ​ການ​ແບ່ງ​​ແຍກ​ຈິ່ງ​ມີ​ທາງ​ອອກ.

ບົດ​ຄວາມ​ຂຽນ​ວ່າ, ໝົດ​ທຸກ​ຄົນ​​ເຊິ່ງລວມທັງ​ສາສະ​ນິກະ​ຊົນລ້ວນ​ແຕ່​ມີ​ປະ​ເທດ​ຊາດ​ຂອງ​​ຕົນ, ດວງ​ໃຈ​ຂອງ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຢູ່​ນຳ​ປະ​ເທດ​ຊາດ​ໂດຍ​ຕະຫຼອດ. ​ແຕ່​ບູຮານ​ນະ​ການ​ມາ​ນີ້, ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງຂອງ​ຈີນ​ທີ່​ຕັດ​ແຍກ​ອອກ​ຈາກ​ບໍ່​ໄດ້​. ຕິ​ເບ​ດ​ແມ່​ນຢູ​ໃຕ້​ການ​ປົກຄອງ​ຂອງ​ລັດຖະບານ​ກາງ​ຕະຫຼອດ​ມາ, ນີ້​ແມ່ນ​ເລື່ອງ​ຈິງ​ທາງ​ປະຫວັດສາດ​ທີ່​ບິດ​ເບືອນ​ບໍ່​ໄດ້, ກໍ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນກັນ​ຂອງ​ປະຊາຊົນ​ຈີນ​ເຊິ່ງລວມ​ທັງ​ພີ່ນ້ອງ​ຮ່ວມ​ຊາດ​ເຜົ່າ​ຕິ​ເບ​ດ.

ບົດ​ຄວາມ​ຊີ້​ອອກ​ວ່າ, ອະທິປະ​​ໄຕ​ຂອງຊາດແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແມ່ນ​ຜົນ​ປະ​ໂຫຍ​ດອັນ​ພື້ນຖານ​ຂອງ​ປະຊາ​ຊາດ​ຈີນ, ​ເຈດ​ຈຳນົງ​ໃດໆ​ທີ່​ຢາກ​ແບ່ງ​​ແຍກ​ປະ​ເທດ​ຊາດ​ລ້ວນ​ແຕ່​ຈະ​ຖືກ​ປະຊາຊົນ​ຈີນ​ທຸກ​ຖ້ວນ​ໜ້າ​ຄັດຄ້ານ. ປະຫວັດສາດ​ໄດ້​ຢືນຢັນ​ແລ້ວ​ວ່າ, ​ເຈດ​ຈຳນົງ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດຈະ​ເປັນ​ໄປ​ບໍ່​ໄດ້, ​ແລະກໍຈະ​ບໍ່​ມີ​ທາງ​ອອກ​ຢ່າງ​ເດັດຂາດ, ຕ້ອງ​ປະລາ​ໄຊ​ຢ່າງ​ແນ່ນອນ.