|
![](/images/spacer.gif) |
(GMT+08:00)
2008-05-07 15:06:50
|
![](/images/shim.gif) |
ນັກວິຊາການຕ່າງປະເທດຂຽນບົດຄວາມຕິຕຽນການກະທຳຂອງຝ່າຍຕາເວັນຕົກໃນບັນຫາຕິເບດ
cri
ຕາມຂ່າວ cri:ໂດຍແນໃສ່ການກະທຳອັນຜິດພາດຂອງສື່ມວນຊົນຝ່າຍຕາເວັນໃນບັນຫາຕິເບດ,ຫວ່າງມໍ່ໆນີ້ ນັກວິຊາການຕ່າງປະເທດຈຳນວນຫນຶ່ງທະຍອຍກັນຂຽນບົດຄວາມຫລືໃຫ້ສຳພາດຕິຕຽນແລະເຜີຍແບໃບຫນ້າແທ້ຈິງຂອງຂະບວນການຕິເບດເອກະລາດ.
ວັນທີ 7 ພຶດສະພານີ້ ທ່ານວິໂນໂກຼສ໊ຈີບັນນາທິການໃຫຍ່ວາລະສານໄຊນາຂອງຣັດເຊຍໄດ້ແຈກບົດສຳພາດໃຫ້ນັກຂ່າວໂດຍກ່າວວ່າ, ປີກາຍນີ້ ທ່ານເອງເຄີຍໄປຢ້ຽມຢາມຕິເບດ, ສະຖານທີ່ສາສະຫນາແລະປູຊະນີຍະສະຖານຂອງຕິເບດໄດ້ມີຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ທ່ານ. ລັດຖະບານຈີນໄດ້ປົກປັກຮັກສາແລະພັດທະນາວັດທະນະທຳຕິເບດດ້ວຍຄວາມຈິງໃຈ.
ທ່ານໂດເມນີໂກ.ໂລຊຸໂດ ສາສະດາຈານມະຫາວິທະຍາໄລອູບີໂນ ນັກປະຫວັດສາດທີ່ມີຊື່ສຽງຂອງອີຕາລີໄດ້ເຜີຍແຜ່ບົດຄວາມຂອງທ່ານໃນອິນເທີແນັດ,ທ່ານໄດ້ນຳເອົາເລື່ອງຈິງແລະເອກະສານໃນປະຫວັດສາດຢ່າງຫລວງຫລາຍມາເຜີຍແບກົນອຸບາຍຂອງອິດທິກຳລັງຈຳນວນຫນຶ່ງຂອງຝ່າຍຕາເວັນຕົກທີ່ຢາກແບ່ງແຍກຈີນ.
|
|
|