ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 13:29:42    
ເຂດ​ກວງ​ຊີເລີ່​ມ​ກຽມ​ຈັດ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ເທື່ອ​ທີ 5

cri Author: cai
ຕາມ​ຂ່າວ​ຈາກ​ໜັງສືພິມ《​ເຢີ​ນມີນຢື້​ປ້າວ》:ກອງເລຂາ​ງານ​ວາງສະ​ແດງ​ສິນຄ້າ(​ຫຼື​ເອັກສ໌​ໂປ)ຈີນ-ອາ​ຊຽນ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້,ກະຊວງ​ການ​ຄ້າ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ວຽກ​ງານ​ກະກຽມ​ຈັດງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ເທື່ອ​ທີ 5 ຢູ່​ປັກ​ກິ່ງ,ຈັດ​ວາງ​ການກະກຽມ​ງານວາງ​ສະ​ແດງ​ສິນຄ້າ​​ເທື່ອ​ນີ້ຢ່າງຮອບດ້ານ.

ທ່ານ​ເຈິ້ງ​ຈຸ່ນ​ຈ້ຽນ ​ຫົວໜ້າ​ກອງເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນກ່າວ​ວ່າ,ປະຈຸ​ບັນ,ວຽກ​ງານ​ກະກຽມ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ,ປະ​ເທດ​ອາ​ຊຽນມີ​ຄວາມ​ຫ້າວຫັນ​ຫຼາຍໃນ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ເທື່ອ​ນີ້.ຫວຽດນາມ ກຳປູ​​ເຈຍ ​ໄທ​ແລະ​ມາ​ເລ​ເຊຍ​ໄດ້​ເຊັນ​ສັນຍາ​ຈອງ​ຫ້ອງ​ວາງ​ສະ​ແດງ​ແລ້ວ,ປະ​ເທ​ດອາ​ຊຽນອື່ນໆ​ກໍຕ້ອງການ​ບ່ອນ​ວາງສະ​ແດງເພີ່ມ​ຂຶ້ນ.ວິ​ສາ​ຫະກິດ​ພາຍ​​ໃນ​ປະ​ເທດ​ຈີນ​ໄດ້​ຮ້ອງຂໍ​ຫ້ອງ​ວາງສະ​​ແດງ 720 ຫ້ອງ,ຄວາມ​ຄືບ​ໜ້າ​ໄວ​ກວ່າ​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ.ວຽກ​ງານ​ກະກຽມ​ສັບ​ປະ​ດາ​ໂທ​ລະ​ຄົມ​ຈີນ-ອາ​ຊຽນ​ແລະ​ເວທີ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງຕັ້ງໜ້າ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ເທື່ອ​ທີ 5 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ ​ເຂດ​ກວງຊີ​ຈີນ​ນັບ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 25 ຕຸລາ​ປີ​ນີ້.