ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 15:37:16    
ທ່ານ​ຊີ​ຈິ້ນ​ຜິງ​ຮອງ​ປະ​ທານ​ປະ​ເທດ​ຈີນ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປິນ​ພູ​ຈີນ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຂຶ້ນ​ໄປ​ຮອດ​ຈອມ​ສູ່​ພູ​ຈູ​ມູລັງ​ມາ​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ພຶດສະພາ​ນີ້ ທ່ານ​ຊີ​ຈິ້ນ​ຜິ​ງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍໄປ​ຍັງ​ກອງ​ປິນພູ​ຈີນ​ທີ່​​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​,ອວຍພອນ​ພວກ​ເຂົາ​ເຈົ້າ​ໄດ້​ປິນຂຶ້ນ​ເຖິງ​ຈອມ​ພູ​ຈູ​ມູລັງ​ມາ​ຢ່າງ​ສຳ​ເລັດ​ຜົນ.

​ໂທລະ​ເລກ​ຊົມ​ເຊີຍ​ກ່າວ​ວ່າ, ​​ໄຟ​ສັກສິດ​ຂອງງານ​ກິລາ​ໂອ​ລິ​ມປິກ​ລຸກ​ຂຶ້ນ​ຢູ່​ເທິງ​ຈອມພູ​ຈູ​ມູລັງ​ມາສະ​ແດງ​ໃຫ້​ເຫັນ​ວ່າການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄປ​ເຖິງ​ຈອມພູ​ດັ່ງກ່າວ​​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.​ໃນ​ຂະນະ​ທີ່​ທົ່ວ​ປະ​ເທດ​ພາກັນຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ທົ່ວ​ໂລກ​ດີ​ໃຈ​ນຳ​ນັ້ນ, ຂ້າພະ​ເຈົ້າຂໍ​ຕາງຫນ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ສະ​ແດງ​ຄວາມ​ອວຍພອຍ​ຢ່າງອົບ​ອຸ່ນ​ແລະ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ສະຫນິດສະຫນົມນຳ​ ສະຫາຍທຸກ​ຄົນ​ທີ່​ເຂົ້າຮ່ວມການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄປ​ຮອດ​ຈອມພູ​ຈູ​ມູລັງ​ມາ.​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແລະ​​ເພື່ອນ​ມິດ​ບັນດາ​ປະ​ເທດທີ່​ເອົາ​ໃຈ​ໃສ່​ແລະ​ສະຫນັບ ສະຫນູນ​ກິດຈະກຳ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ໄປ​ຮອດ​ຈອມພູ​ຈູ​ມູລັງ​ມາ.