ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 15:44:11    
ຈີນ​ມີ​ຄວາມ​ສາ​ມາດ​ຮັກ​ສາ​ລາ​ຄາ​ອາ​ຫານ​ໃນ​ຕະ​ຫລາດ​ໃຫ້​ຫມັ້ນ​ທ່ຽງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆນີ້ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ນາງ​ເຈິ່ງ​ລິ້ອິ່ງ ຮອງ​ຫົວຫນ້າ​ກົມ​ອາຫານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ສະຫນອງ​ແລະ​ຄວາມ​ຕ້ອງ​ການ​ອາຫານ​ຂອງ​ຈີນ​ໃນ​ປະຈຸ​ບັນ​ກ້ຳ​ເກິ່ງ​ກັນ​ໂດຍ​ພື້ນຖານ, ​ເຂົ້າ​ໃນ​ສາງ​ກໍ່​ມີ​ພຽງພໍ, ມີ​ຄວາມ​ສາມາດ​ຮັບປະກັນ​ການ​ຄວາມ​ຕ້ອງການ​ຂອງ​ຕະຫລາດ, ​ແລະ​ຮັກສາ​ລາຄາ​ໃຫ້​ຫມັ້ນທ່ຽງ​ໂດຍ​ພື້ນຖານ.

ນາງ​ເຈິ່ງ​ລິ້ອິ່ງກ່າວ​ວ່າ, ປີ 2007 ການຜະລິດ​ອາຫານຂອງ​ຈີນ​ໄດ້​​ເພີ່ມ​ຂຶ້ນ​ເປັນ​ປີ​ທີ 4 ​ລຽນຕິດ,ນອກຈາກ​ຫມາກ​ຖົ່ວ​ເຫລືອງ​ທີ່ຕ້ອງ​ນຳ​ເຂົ້າຈາກ​ຕ່າງປະ​ເທດ​ແລ້ວ, ​ເຂົ້າ​​ເບຼ ​ເຂົ້ານາ ສາລີ​ແລະ​ອື່ນໆ​ລ້ວນ​ແຕ່​ສະຫນອງ​ກັບ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ.ພ້ອມ​ກັນນັ້ນ,​ເຂົ້າສະ​ສົມ​ໃນ​ສາງ​ກໍ່​ຢູ່​ໃນ​ລະດັບ​ອ່າວ​ສູງ, ອັດຕາ​ການ​ສະ​ສົມ​ກັບ​ການ​ບໍລິ​ໂພ​ກສູງ​ກວ່າ​ລະດັບ​ຄວາມປອດ​ໄພ​ທີ່​ສາກົນ​ຮັບຮອງ​ຄື 17%-18%.ນາງ​ເຈິ່ງ​ລິ້ອິ່ງກ່າວ​ວ່າ, ປີ​ນີ້ ການ​ຜະລິດ​ອາ​ຫານ​ຂອງ​ຈີນ​ມີ​ສະພາບ​ດີ,ມາ​ຮອດ​ປັດຈຸບັນ ​ເຂົ້າ​​ເບຼໄດ້​ເຕີບ​ໂຕງາມ​ດີ, ຖ້າ​ບໍ່​ມີ​ໄພ​ທຳ​ມະ​ຊາດ​​ເກີດ​ຂຶ້ນ, ຄາດ​ວ່າ​ປີ​ນີ້​ຈະ​ເກັບ​ກ່ຽວ​​ໄດ້​ຫລາຍ​ອີກ.