ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 15:56:34    
ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ແມ່ນ​ເທື່ອ​ຫນຶ່ງ​ທີ່​ມີ​ເຕັກ​ນິກ​ສູງ​ກວ່າ​ທຸກ​​ເທື່ອ​ທີ່​ຜ່ານ​ມາ

cri
ຕາມ​ຂ່າວ cri: ວັນ​ທີ 8 ພຶດສະພາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ວ້ານກ່າງ ລັດຖະມົນຕີ​ວ່າ​ການ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​​ມີ​​ເຕັກນິກ​ສູງ​ກວ່າ​ທຸກ​​ເທື່ອທີ່​ຜ່ານ​ມາ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫລ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ວ້ານກ່າງກ່າວ​ວ່າ, ​ໃນ 7 ປີ​ແຕ່​ປັກ​ກິ່ງ​ຮ້ອງ​ຂໍ້​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ມາ​ນີ້, ​ໂດຍປິ່ນ​ອ້ອມ​ຄວາມ​ຕ້ອງການ​ ດ້ານເຕັກນິກ​ໃນການ​ສ້າງສະຫນາມກິລາ ການ​ຈັດ​ກິດຈະກຳ​ຂະຫນາດ​ໃຫຍ່​ແລະ​ການຈັດຕັ້ງການ​ແຂ່ງຂັນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ງານ​ກິລາ​ໂອ  ​ລິ​ມປິກ, ຈີນ​ໄດ້​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ທາງ​ເຕັກນິກ​ຫລາຍ​ບັນຫາ, ​ເຕັກນິກ​ກ້າວຫນ້າ​ຫລາຍ​ຢ່າງ​ໄດ້ຖືກ​ໃຊ້​​ໃນ​ການ​ກະກຽມຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ນອກ​ນີ້, ​ໂດຍ​ປິ່ນ​ອ້ອມ​ການຈັດ​ງານ​ກິລາ​​ໂອ​ລິ​ມປິກ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ເປົ້າຫມາຍ​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ອາຍ​ພິດເຮືອນ​ແກ້ວ, ຈີນ​ຍັງ​ໄດ້​ບຸກ​ເບີກ​ການນ້ຳ​ໃຊ້​ເຕັກນິກ​ໃນ​ການສ້າງ​ສິ່ງ​ກໍ່ສ້າງ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ ພະລັງງານ​ສະອາດ​ແລະ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​.

ທ່ານ​ວ້ານກ່າງ​ກ່າວ​ວ່າ, ຈີນ​ຫວັງ​ຜ່ານ​ຈາກການຈັດ​ງານ​ກິລາ​ໂອ​ລິ​ມ ປິກ,ປະກອບສ່ວນ​ເຂົ້າ​ໃນ​ການ​ປະຢັດ​ພະລັງງານ ອະນຸລັກ​ສິ່ງ​ແວດ​ລ້ອມ​​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ໂລກ.