ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 16:37:26    
ໄຟ​ສັກສິດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂຶ້ນ​ຈອມ​ພູ​ຈູ​ງມູລາ​ງມາ​ຢ່າງ​ສຳ​ເລັດ​ຜົນ

cri

ວັນ​ທີ 8 ພຶດສະພາ​ນີ້​ເວລາ 8 ​ໂມງ 18 ນາທີຕາມ​ເວລາ​ວຽງ​ຈັນ, ສະມາຊິກ​ທິມປີນ​ພູ​ຈີນ​ໄດ້​ຖື​ໄຟ​ສັກສິດຂຶ້ນ​ຈອມ​ພູ​ສູງ​ສຸດ​ໃນ​ໂລກ---ຈອມ​ພູ​ຈູງມູລາງ​ມາ​ທີ່​ສູງ​ກວ່າ​ລະດັບ​ໜ້ານ້ຳ​ທະ​ເລ 8844​ແມັດ43 ຊັງ​ຕີ​ແມັດ, ​ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຈີນ​ໃຫ້​ຕໍ່ປະຊາ​ຄົມ​ໂລກ​ຄື: ​ເຮັດ​ໃຫ້​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກຈູດ​ຢູ່​ຈອມ​ພູ​ຈູງ​ມູລາງ​ມາ​ເປັນ​ຄັ້ງ​ທຳ​ອິດ. ທຸງ 5 ບ້ວງ​ຂອງໂອ​ລິ​ມປິກ​ສາກົນ ທຸງຊາດ​ຈີນ​ແລະ​ທຸງ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ໄດ້​ປິວ​ສະ​ບັດ​ຕາມສາຍ​ລົມ​ຢູ່​ຈອມ​ພູ​ຈູງ​ມູລາງມາ.

​ເພື່ອ​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ, ທິມປີນ​ພູ​ຈີນ​ໄດ້​ດຳ​ເນີນ​ການ​​ເຝິກ​ຫັດອັນຫຍຸ້ງຍາກ​ລຳບາ​ກ​ເປັນ​ເວລາ 2 ປີ, ​ແລະ​ໄດ້​ເຝິກ​ຊ້ອມຂຶ້ນ​ຈອມ​ພູ​ໃນ​ປີ​ກາຍ​ນີ້. ວັນ​ທີ 28 ມີນາ​ປີ​ນີ້, ສະມາຊິກ​ແລະ​ຄູ​ເຝິກ​ທັງ​ໝົດ​ຂອງ​ທິມປີນ​ພູ​ຈີນ​ໄດ້​​ເຂົ້າ​ປະຈຳ​ຄ້າຍ​ຈອມ​ພູ​ຈູງ​ມູລາງ​ມາ, ​ແລະ​ໄດ້​ສຳ​ເລັດ​ວຽກ​ງານ​ສ້າງ​ແລະ​ປັບປຸງ​ຄ້າຍ​ກ່ອນ​ວັນ​ທີ 22 ​ເມສາ.

​ເສັ້ນທາງ​​ເອົາ​ໄຟ​ສັກສິດງານ​ກິລາ​ໂອ​ລິ​ມປິກຂຶ້ນ​ຈອມ​ພູ​ທີ່​ທິມປີນ​ພູ​ຈີນ​ເລືອກ​ແມ່ນ​ເສັ້ນທາງພາກ​ເໜືອ​ຂຶ້ນ​ຈອມ​ພູ​. ​ເສັ້ນທາງ​ນີ້ມີ​ບ່ອນ​ທຸລະກັນດານ​ຫຼາຍ​ບ່ອນ, ​ໃນ​ນັ້ນ"ພັກ​ທີ 2 "ທີ່​ສູງ​ກວ່າ​ລະດັບໜ້າ​ນ້ຳ​ທະ​ເລ 8680 ​ແມັດ​ຫາ 8720 ​ແມັດ​ມີ​ຊື່​ສຽງ​ຫຼາຍ. ທ່ານ​ຢູຫຼຽງພູ ອະດີດ​ເລຂາທິການ​ໃຫຍ່​ສະມາຄົມ​ປີນ​ພູ​ຈີນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ​ທາງ​ຕອນ​ນີ້​ສັ້ນພຽງ 40 ​ແມັດ​ເທົ່າ​ນັ້ນ​ແຕ່​ແມ່ນ​ຜາ​ຊັນ​ໝົດ, ​ໃນ 5 ​ແມັດ​ສຸດ​ທ້າຍ​ມີ​ຊັນ​ເກືອບ 90 ອົງສາ​, ​ນີ້ແມ່ນ​ການ​ພິສູດ​ຄວາມ​ສາມາດ​ຂະໜາດໃຫຍ່​ຕໍ່​ນັກ​ກິລາ​ປີນ​ພູ.

ສິ່ງ​ທີ່​ໂຊກ​ດີ​ຫຼາຍ​ແມ່ນ​ນັກ​ກິລາ​ປີນ​ພູ​​ເທື່ອ​ນີ້​ທຸກ​ຄົນ​​ໄດ້​​ເຄີຍຜ່ານ​ບ່ອນທະ​ລະ​ກັນດານທັງ​ໝົດ​ຢູ່​ເສັ້ນທາງ​ຂຶ້ນ​ຈອມ​ພູ, ​ໄດ້​ຂຶ້ນ​ຈອມ​ພູ​ຢ່າງ​ສຳ​ເລັດ​ຜົນ. ສະມາຊິກ​ທິມປີນກອງ​ດະລຸ​ມມອນ 12 ຄົນ​ນີ້​ມາ​ຈາກ​ເຜົ່າ​ຕິ​ເບ​ດ, ​ເຜົ່າ​ຮ້ານ​ແລະ​ເຜົ່າ​ຖູ້, ​ໃນ​ນັ້ນ​ຍັງ​ມີ​ຜູ້ຍິງ​ສອງ​ຄົນ. ​ໃນ​ເວລາ​ທີ່​ຄົນ​ທັງຫຼາຍ​ສະ​ເຫຼີ​ມສະຫຼອງຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ສະມາຊິກ​ກອງ​ຕະລຸມ​ມອນ​ທີ່​ເປັນວິລະ​ຊົນ​ເຫຼົ່າ​ນີ້, ທ່ານ​ຈ່ຽງຈື້ຈ່ຽນ ​ໂຄສົກ​ສະມາຄົມ​ປີນ​ພູ​ຈີນ​ກ່າວ​ວ່າ, ພວກ​ເຮົາ​ບໍ່​ຄວນ​ລື່ມທຸກຄົນ​​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ການ​ຂຶ້ນ​ຈອມ​ພູ​ເທື່ອ​ນີ້:"​ ​ຜູ້​ຂຶ້ນຮອດ​ຈອມ​ພູ​​ແມ່ນ​ຄົນ​ສ່ວນ​ໜ້ອຍ, ຜູ້​ຊູທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ຈອມ​ພູ​ກໍ​ແມ່ນ​ຄົນ​ສ່ວນ​ໜ້ອຍ. ສະ​ນັ້ນ, ​ໃນ​ເວລາ​ທີ່​ພວກ​ເຮົາ​ສຸມ​ສາ​ຕາ​ໃສ່​ຄົນ​ເຫຼົ່າ​ນີ້, ກໍ​ບໍ່​ຄວນ​ລື່ມນັກ​ກິລາຄົນ​ອື່ນໆ​ທີ່​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ເພື່ອ​ໃຫ້​ຜູ້​ຂຶ້ນ​ສູ່ຈອມ​ພູ​ເຫຼົ່າ​ນີ້."

ພາຍຫຼັງ​ໄຟ​ສັກສິດງານ​ກິລາ​ໂອ​ລິ​ມປິກ​ຂຶ້ນຮອດ​ຈອມ​ພູ​ຈູງ​ມູລາງ​ມາ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ​ເຊື້ອ​ໄຟ​ສັກສິດ​ຈະ​ສົ່ງ​​​ໄປ​ນະຄອນ​ລາຊາ​ແລະຮັກສາ​ໄວ້​ຢູ່​ຫັ້ນ, ​ແລະ​ຈະ​​ເຕົ້າໂຮມ​ກັນ​ກັບ​ໄຟ​ສັກ​ກິດ​ຕົ້ນຕໍ​ທີ່​ສົ່ງ​ໄປ​ຮອດ​ນະຄອນ​ລາຊາ​ຫຼັງ​ການ​ສົ່ງ​ຕໍ່​ຢູ່​ແຜນ​ດິນ​ໃຫຍ່​ຈີນ.