ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 17:24:08    
ທ່ານ​ຫູ​ຈິນທ່າ​ວກ່າວ​ປາຖະກະຖາ​ອັນ​ສຳຄັນ​ຢູ່​ມະຫາວິ​ທະຍາ​ໄລ​ວາ​ເຊ​ດາດາ​ອິ​ກາ​ຄູ​ຍີ່ປຸ່ນ

cri
ວັນ​ທີ8ພຶດສະພາ​ນີ້, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາຖະກະຖາ​ສຳຄັນ​ຢູ່​ມະຫາວິທະຍາ​ໄລ​ວາ​ເຊ​ດາດາ​ອິກາ​ຄູທີ່​ໂຕກ​ຽວ​ຍີ່ປຸ່ນ. ທ່ານ​ຫູ​ຈິນທ່າວ​ຊີ້​ອອກ​ວ່າ, ມິດຕະພາບ​ຈີນ​ຍີ່ປຸ່ນ​ແມ່ນ​ພາ​ລະ​ກິດ​ຮ່ວມ​ຂອງ​ປະຊາຊົນ​ສອງ​ຊາດ, ຊາວ​ໜຸ່ມ​ສອງ​ປະ​ເທດ​ແມ່ນ​ກຳລັງ​ເກີດ​ໃໝ່​ຂອງ​ມິດຕະພາບ​ຈີນ​ຍີ່ປຸ່ນ, ອະນາຄົດ​ແຫ່ງ​ມິດຕະພາບ​ສອງປະ​ເທດ​ຕ້ອງ​ອາ​ໄສ​ຊາວ​ໜຸ່ມ​ມາ​​ສ້າງສັນ. ທ່ານ​ກ່າວ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ, ​ໃຫ້​ມິດຕະພາບ​ຈີນ​ຍີ່ປຸ່ນ​ແຜ່​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ, ​ໃຫ້​ທຸງ​​ແຫ່ງ​ມິດຕະພາບ​ຈີນ​ຍີ່ປຸ່ນ​ສືບ​ທອດ​ກັນໄປ​ທຸກ​ເຊັ່ນ​ຄົນ.

ມະຫາວິ​ທະຍາ​ໄລ​ວາ​ເຊ​ດາ​ດາ​ອິກາ​ຄູ​​ແມ່ນ ມະຫາວິ​ທະຍາ​ໄລ​​ເອກະ​ຊົນ​ທີ່​ມີ​ຊື່ສຽງຂອງ​ຍີ່ປຸ່ນ, ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1882, ມີ​ປະມຸກ​ລັດ​ແລະ​ຜູ້ນຳຂອງ​ຫຼາຍ​ປະ​ເທດເຄີຍກ່າວ​ປາຖະກະຖາ​ຢູ່​ແຫ່ງ​ນີ້.

ໃນ​ສຽງ​ຕົບມື​ອັນ​​ຟົດ​ຟື້ນ, ທ່ານ​ຫູ​ຈິນທ່າ​ວ​ໄດ້​ຂຶ້ນກ່າວ​ປາຖະ​ກະຖາ​ທີ່​ສຳຄັນ. ກ່ອນ​ອື່ນ​ທ່ານ​ຊີ້​ອອກ​ວ່າ,

ຈີນ​ກັບ​ຍີ່ປຸ່ນ​ແມ່ນ​ປະ​ເທດ​ໃກ້​ຄຽງທີ່​ມີ​ຮ່ອມ​ທະ​ເລ​ຂວາງ​ຂັ້ນ, ການ​ພົວພັນ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ຈຸດ​ເລີ່ມ​ໃໝ່​ທາງ​ປະ​ຫວັດ​ສາດ. ມີ​ໂອກາດ​ທີ່ຈະ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ. ລັດຖະບານ​ແລະ​ປະ​ຊາຊົນ​ຈີນ​​ຫວັງ​ຢ່າງ​ຈິງ​ໃຈ, ພ້ອມ​ກັນ​ກັບ​ລັດ​ຖະບານ​ແລະ​ປະຊາ​ຊົນ​ຍີ່ປຸ່ນ​ທຳ​ຄວາມ​ພະ​ຍາມ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ມິດ​ຕະພາບ, ລົງ​ເລິກ​ການ​ຮ່ວມ​ມື​ກັນ, ວາງ​ແຜນ​ໃນອະ​ນາຄົດ, ​ສ້າງ​ສະພາບ​ການ​ໃໝ່​ຂະ​ຫຍາຍ​ການ​ພົວພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ຮອບດ້ານ.

ທ່ານ​ຫູ​ຈິນທ່າວ​ໄດ້ສະ​ຫຼຸບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນນັບ​​ແຕ່​ຈີນດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ3​0ປີ​ມາ​ນີ້. ທ່ານ​ກ່າວ​ເນັ້ນ​ວ່າ, ​ໃນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ30ປີ​ທີ່​ຜ່ານ​ມາ, ​ຈີນ​ໄດ້ອາ​ໄສ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ. ການ​ພັດ​ທະນາ​ຂອງ​ຈີນ​ໃນ​ອະນາຄົດ. ກໍ່​ຕ້ອງ​ອາ​ໄສ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາ​ຍນອກຄື​ກັນ. ຈີນ​ຍັງ​ຈະ​ສືບ​ຕໍ່​ກ້າວ​ເດີນຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ຫູ​ຈິນທ່າວ​ຍັງ​ຊີ້​ອອກ​ວ່າ, ຈີນ​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ນີ້​ແມ່ນ​ທາງ​ເລືອກ​ທາງ​ຍຸດ​ທະ​ສາດ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ. ທ່ານ​ກ່າວ​ວ່າ,

ຈີນ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໂດຍ​ສັນຕິ​​ແບບ​ຕັ້ງ​ຕົວ​ເປັນ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ​ເດັດດ່ຽວ​ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ອອກ​ແຮງ​ຊຸກ​ຍູ້​ການ​ພົວພັນ​ສາກົນ​ໃຫ້​ມີ​ປະຊາທິປະ​ໄຕ, ຊຸກ​ຍູ້​​ເສດ​ຖະ​ກິດໂລກາ​ພິວັດ​ໃຫ້​ພັດທະນາ​ໄປ​ສູ່​ທິດ​ທີ່ກ້ຳ​ເກີ່ງ​ກັນ ມີ​ຜົນດີທົ່ວ​ໄປ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​, ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ຮໍ່າຮຽນ​ຄວາມສິວິ​ໄລຂອງ​ມະນຸດ​, ອະນຸລັກ​ໂລກ​ທີ່​ມວນ​ມະນຸດ​ອາ​ໄສຢູ່, ​ແບ່ງປັນ​ໂອກາດ​ແຫ່ງ​ການ​ພັດທະນາ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ, ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ແຫ່ງ​ຄວາມ​ສ່ຽງ, ຊຸກ​ຍ້ການູ​ສ້າງສາ​ໂລກ​ທີ່​ກົມ​ກຽວ​ກັນ​ທີ່​ມີ​ສັນຕິ​ພາບ​ຖາວອນ​ແລະ​ຈະ​ເລີ​ນ ຮຸ່ງ​ເຮືອງ​ນຳ​ກັນ. ຈີນ​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບປ້ອງ​ກັນ​ຕົວ, ບໍ່​ດຳ​ເນີນ​ການ​ແຂ່ງຂັນ​ອາວຸດຍຸດ​ໂທ​ປະກອນ, ບໍ່​​ເປັນ​​ໄພ​ຂົ່ມຂູ່​ທາງ​ການ​ທະຫານ​ຕໍ່​ປະ​ເທດ​ໃດໆ, ​ບໍ່​ສະ​ແຫວ​ງຫາ​ຄວາມ​ເປັນມະຫາ​ອຳນາດ​ຕະຫຼອດ​ໄປ, ​ບໍ່​ແຜ່​ອຳນາດ​ຕະຫຼອດ​ໄປ.