ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-09 17:59:16    
ງານ​ວາງສະ​ແດງ​ສະພາບປະຈຸ​ບັນ​ແລະ​ອະດີດ​ຂອງ​ຕິ​ເບ​ດພາ​ໃຫ້ມີ​ສຽງ​ສະທ້ອນຈາກ​ຜູ້​ຊົມ​ຢ່າງ​ຫຼວງ​ຫຼາຍ

cri

ປັດຈຸບັນ,ງານ​ວາງສະ​ແດງ​ສະພາບປະຈຸ​ບັນ​ແລະ​ອະດີດຂອງ​ຕິ​ເບ​ດ​​ເຊິ່ງ​ເປັນງານ​ວາງສະ​ແດງ​ຂະໜາດ​ໃຫຍ່​​ສ່ອງ​ແສງສະພາບ​ທັງ​ໝົດ​ຂອງ​ການ​ພັດທະນາ​ໃນ​ປະຫວັດສາດ​ຂອງ​ຕິຈີນພວມຈັດ​ຂຶ້ນຢູ່​ປັກ​ກິ່ງ,ງານ​ວາງສະ​ແດງ​ນີ້​​ໄດ້​ວາງສະ​ແດງ​ເອກະສານ​ປະຫວັດ​ສາດ,ວັດຖຸບູຮານ​ແລະຮູບ​ພາບ​ຈຳນວນ​ຫຼວງຫຼາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມືດ​ມົວ​ແລະ​ຫຼ້າ​ຫຼັງ​ຂອງ​ລະບອບ​ທາດ​ກະສິກອນ​ສັກດິນາ​ໃນ​ສະ​ໄໝ​ທີ່​ໂຮມ​ການ​ປົກຄອງ​ກັບສາສະໜາ​ເປັນອັນ​ດຽວກັນ​ຂອງ​ຕິ​ເບ​ດກ່ອນ​ປີ1959,​ແລະ​ການ​ພັດທະນາກ້າວໜ້າ​ທີ່​ຕິ​ເບ​ດ​ໄດ້​ຮັບ​ໃນປັດຈຸບັນ.ງານ​ວາງສະ​ແດງນີ້​ໄດ້​ພາ​ໃຫ້​ມີສຽງ​ສະທ້ອນຈາກ​ມວນ​ຊົນ​ຢ່າງ​ຫຼວງ​ຫຼາຍ​,ຕໍ່​ໄປ​ເຊີນ​ຟັງການ​ລາຍງານ​ລະອຽດ​ຂອງ​ນັກ​ຂ່າວcri.

ໃນ​ງານ​ວາງສະ​ແດງ​ກ່ຽວ​ກັບ​ປະຫວັດສາດ​ຕິ​ເບ​ດ,​ໄດ້​ວາງສະ​ແດງ​ວັດຖຸ​ພັນ​ແລະ​ຮູບ​ຖ່າຍ​ຂອງ​ເຄື່ອງມື​ລົງ​ໂທດ​ທີ່​ຜູ່​ປົກຄອງຕິ​ເບ​ດ​ເກົ່າ​ໃຊ້ມາລົງ​​ໂທດ​ທາດ​ກະສິກອນ,ວັດຖຸ​ພັນ​ແລະ​ຮູບ​ຖ່າຍ​ເຫຼົ່າ​ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ບົດບາດ​ໃນສັງຄົມ​ແລະ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ທາດ​ກະສິກອນ​ໃນ​ໄລຍະ​ຕິ​ເບ​ດ​ເກົ່າ.ພໍ່ເຖົ້າ​ໂຈ່​ວຊາງ​ເຟິ່ງທີ່​ໄປຊົມການວາງສະ​ແດງ​ເວົ້າ​ວ່າ:

"ສາ​ເຫດ​ຕົ້ນຕໍຂອງ​ຄວາມ​ຫຼ້າ​ຫຼັງ​ຂອງຕິ​ເບ​ດ​ເກົ່າ​ແມ່ນ​ຍ້ອນລະບອບ​ສັງຄົມ​ທີ່ຫຼ້າ​ຫຼັງ.​ໃນ​ເວລາ​ນັ້ນ,ຊີວິດ​ການ​ເປັນ​ຢູ່​ຂອງ​ທາດ​ກະສິກອນ​ແມ່ນ​ໜ້າ​ສັງ​ເວດ​ທີ່​ສຸດ,ທາດກະສິກອນ​ບໍ່​ມີ​ເຮືອນຊານ,ຕ້ອງ​ຊົ້ນ​ຕົວ​ຢູ່​​ໃນຫ້ອງຖ່ວຍ​ແລະຢູ່​ຕາມ​ປ່າດົງ,ທີ່ດິນ​ກໍ່​ເປັນ​ຂອງ​ເຈົ້າ​ທາດ​ກະສິກອນທັງ​ໝົດ,ທາດ​ກະສິກອນ​​ແມ່ນບໍ່​ມີ​ທີ່​ດິນ.ທັງ​ໝົດທາດ​ກະສິກອນ​​​ຄື​ກັບນັກ​ໂທດ,ຖືກ​ຂັງ​ຮ່ວມ​ກັບ​ສັດ​ຢູ່​ໃນ​ຄອກ,​​ເຈົ້າ​ທາດ​ໃຫ້​ກິນ​ຈິ່ງ​ໄດ້​ກິນ​,ບໍ່​ໃຫ້​ກິນ​ກໍ່​ອົດ​ຫິວ."

ນາງ​ຢາງ​ຊີ​ຈື້ ຜູ້​ຊົມ​ຜູ້​ໜຶ່ງ​ເວົ້າ​ວ່າ, ​ເມື່ອ50ປີ​ກ່ອນ, ​ເຂດຕິ​ເບ​ດຍັງຢູ່​ໃນ​ສະ​ໄໝ​ກາງ​ສັງຄົມ​ສັກດິນາ​ຄື​​ກັບ​ເອີ​ລົບ, ນີ້​​ແມ່ນບໍ່​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ, ​ແຕ່​ດາ​ໄລລາ​ມະ​ຍັງ​ຢາກ​ຟື້ນການ​ປົກຄອງ​ທີ່ມຶ​ດມົວ​ເນົ່າ​ແນວ​ນີ້. ນາງ​​ເວົ້າ​ວ່າ,

ດາ​ໄລລາ​ມະ​ຢາກ​ກັບຄື​ນ​ມາ, ກໍ​ແມ່ນ​ເພື່ອ​ຟື້ນ​ການ​ປົກຄອງ​ໃນ​ເມື່ອ​ກ່ອນ. ຂ້ອຍ​ເຫັນ​ວ່າ, ສາສະໜາ​ກໍ່​ແມ່ນ​ສາສະໜາ​, ການ​ເມືອງ​ກໍແມ່ນ​ການ​ເມືອງ, ຖ້າ​​ເຈົ້າແມ່ນ​ຜູ້ນຳ​ສາສະໜາ​ກໍ່​ບໍ່​ຄວນ​​​ຫຼິ້ນ​ການ​ເມືອງ. ດຽວ​ນີ້​ດາ​ໄລລາ​ມະໄດ້​ກາຍ​ເປັນ​ພະສົງທີ່​ຫຼິ້ນການ​ເມືອງ​ແລ້ວ, ບໍ່ແມ່ນ​ຜູ້ນຳ​ສາສະໜາ​ເທົ່າ​ນັ້ນ​.

ນອກຈາກ​ປະຫວັດສາດ​ຂອງ​ຕິ​ເບ​ດ​ແລ້ວ, ງານວາງສະ​ແດງ​ຍັງ​ໄດ້​ສະ​ເໜີຜົນ​ງານອັນ​ໃຫຍ່​ຫຼວງດ້ານ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ຕິ​ເບ​ດພາຍ​ໃຕ້​ການສະ​ໜັບສະ​ໜູນ​ຂອງ​ລັດຖະບານ​ກາງ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ຈີນ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້. ທ້າວ​ອີ່​​ໂປ່ ກຳມະກອນ​ທາງ​ລົດ​ໄຟ​ທີ່​ມາ​ຊົມ​ການວາງສະ​ແດງ​ເຄີຍ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​​ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດ​ແລະ​ສະຖານີ​ລົດ​ໄຟ​ເມືອງ​ລາຊາ, ​​ໄດ້ເປັນ​ສັກ​ຂີພິຍານ​ທີ່​ເຫັນການ​ປ່ຽນ​ແປງ​ຂອງ​ເຂດ​ຕິ​ເບ​ດ​ໃນ​ຫຼາຍ​ປີ​ມາ​ນີ້.

ຂ້ອຍ​ແມ່ນ​ຜູ້​ກໍ່ສ້າງທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດ, ສະຖານີ​ລົດ​ໄຟ​ເມືອງ​ລາຊາ​ກໍ່​ແມ່ນ​ພວກຂ້ອຍ​ສ້າງ​ຂຶ້ນ. ທາງ​ລົດ​ໄຟ​ສາຍ​ນີ້​ງາມຫຼາຍ, ​ໃຊ້​ເຕັກນິກ​ສູງ​ທິ່ສຸດ. ປະຈຸ​ບັນ​ລາຍ​ໄດ້​ຈາກການທ່ອງທ່ຽວ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ເພີ່ມ​ຂຶ້ນໜຶ່ງ​ເທົ່າ​ເມື່ອ​ທຽບ​ກັບ​ຫຼາຍ​ປີ​ກ່ອນ, ການ​ກິນ​ດື່ມ​ແລະ​ການ​ປູກຝັງ​ກໍ່​ໄດ້​ພັດທະນາ​ໄປ​ນຳ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ປີ2001ມາ​ນີ້, ລວມຍອດ​ຜະລິດ​ຕະພັນ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ12%  7ປີ​ລຽນຕິດ, ​​ເມື່ອ​ຄິດ​ໄລ່​ຕາມ​ຕົວ​ເລກ​ທີ່​ທຽບ​ໄດ້, ແມ່ນ59​ເທົ່າ​ຂອງ​ປີ1959. ລາຍ​ໄດ້​ສຸດທິ​ຂອງຊາວ​ກະ​ສິກ​ອນ​ແລະ​ຊາວ​ລ້ຽງສັດໄດ້​ເພີ່ມ​ຂຶ້ນ​ສອງ​ຕົວ​ເລກ 5ປີ​ລຽນຕິດ.

ນອກຈາກສະ​ເໜີ​ປະຫວັດສາດ​ແລະ​ສະພາບ​ປະຈຸ​ບັນ​ຂອງ​ເຂດ​ຕິ​ເບ​ດ​ແລ້ວ, ການວາງສະ​ແດງ​ຄັ້ງ​ນີ້​ຍັງ​ໄດ້​ສະ​ເໜີສະພາບ​ທີ່​ລັດຖະບານກາງ​ຂອງຈີນ​ທຸກ​ສະ​ໄໝ​ປົກ​ຄອງ​ຕິ​ເບ​ດຢ່າງ​ມີ​ຜົນ. ຜູ້​ຊົມ​ພາກັນ​ກ່າວ​ວ່າ, ​ເອກະສານ​ປະຫວັດສາດ​ຈຳນວນ​ຫຼວງ​ຫຼາຍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ, ຕິ​ເບ​ດ​ແມ່ນ​ດິນ​ແດນ​ຂອງ​ຈີນມາ​ຕັ້ງ​ແຕ່​ສະ​ໄໝ​ບູຮານ.


ຫວ່າງ​ມໍ່ໆ​ນີ້, ພະ​ປານຊານ​ອົງ​ທີ11 ຜູ້ນຳ​ສາສະໜາ​ພຸດ​ຕິ​ເບ​ດກໍ່​ໄດ້​​ໄປ​ຊົມ​ງານວາງສະ​ແດງ​ຄັ້ງ​ນີ້, ​ເພິ່ນ​ເວົ້າ​ວ່າ,


ອາດຕະມາ​ໄດ້​ອະ​ທິຖານ​ໂດຍ​ຕະຫຼອດ​ຂໍ​ໃຫ້​ປະ​ເທດ​ຊາດ​ຈະ​ເລີ​ນຮຸ່ງ​ເຮືອງ ປະຊາຊົນ​ບັນດາ​ເຜົ່າ​ສາມັກ​ຄີ​ກັນ​ແລະ​ມີ​ຄວາມ​ສຸກ, ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງຈັດ​ຂຶ້ນຢ່າງ​ສຳ​ເລັດ​ຜົນ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ​ແນວ​ໃດ​ເຂດ​ຕິ​ເບ​ດກໍຈະ​ຈະ​ເລີ​ນຮຸ່ງ​ເຮື​ອງກວ່າ​ເກົ່າ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຕິ​ເບ​ດ ກໍ່​ຍ່ອມ​ຈະ​ດີກວ່າ​ເກົ່າ, ອາດຕະມາ​ມີ​ຄວາມໝັ້ນ​ໃຈຕໍ່​ເລື່ອງ​ນີ້.