ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 17:22:58    
ການ​ຢ້ຽມຢາມ​​ໃນ​ລະ​ດູ​ບານ​ໃໝ່​ທີ່​ອົບ​ອຸ່ນ​ເຮັດ​ໃຫ້​ມິດ​ຕະ​ພາບ​ຈີນ​ຍີ່​ປຸ່ນ​ອົບ​ອຸ່ນ​ຕະ​ຫຼອດ

cri Author: mo
ຕາມ​ຂ່າວCRI: ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ຍີ່​ປຸ່ນ, ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​​ໄປຢ້ຽມຢາມ​ຍີ່​ປຸ່ນທາງ​ລັດຖະກິດ​​ແຕ່​ວັນ​ທີ 6 ຫາ​ວັນ​ທີ 10 ພຶດສະພາ​ນີ້. ​​ ​ ​ໃນ​ເວລາສິ້ນ​ສຸດ​ການ​ຢ້ຽມຢາມ,​ ຂີ່​ຍົນ​ກັບ​ຄືນ​ປັກ​ກິ່ງ, ທ່ານຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​​ເປັນ​ເພື່ອນຕິດຕາມ​ທ່ານ​ຫູ​ຈິນທ່າວ​ອອກ​ໄປ​ຢ້ຽມຢາມນັ້ນ​ໄດ້​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ.

ທ່ານ​ຢາງ​ເຈ​ສື​ຊີ້​ອອກ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ຫູ​ຈິນທ່າວ​ເທື່ອ​ນີ້​ມີ​ເນື້ອ​ໃນ​ອຸດົມສົມ​ບູນ, ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະສິດທິ​ພາບ​ສູງ, ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມ​ສົມບູນ, ​ແລະ​ໄດ້​ບັນລຸ​ຈຸດໝາຍ​ທີ່​ຄາດ​ໄວ້​ລ່ວງ​ໜ້າ.

ກ່ອນ​ອື່ນ, ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ແຕ້​ມ​​ຜັງ​ວາດ​ແຫ່ງ​ການຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ, ​ໄດ້​ຊີ້​ແຈ້ງ​ທິດ​ທາງ​​ກ້າວ​ເດີນ. ​ໃນ​ໄລຍະ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ປະກາດ"ຖະ​ແຫຼງການ​ຮ່ວມ​ຈີນ​ຍີ່​ປຸ່ນກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງຮອບດ້ານ". ​ເອກະສານ​ສະບັບ​ນີ້​ໄດ້​ສືບ​ທອດຫຼັກການ​ຂອງ​ເອກະສານ​ການ​ເມືອງ​ 3 ສະບັບທີ່​ມີ​ຢູ່​ແລ້ວ, ອີງ​ຕາມ​ການ​ຂະຫຍາຍ​ຕົວໃໝ່​ຂອງ​ການ​ພົວພັນ​ຈີນ​ຍີ່​ປຸ່ນ, ​ໄດ້​ກຳນົດຫຼັກການ​ຊີ້​ນຳ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ​ທີ່​ຍາວ​ໄກ, ກາຍ​ເປັນ​ເອກະສານ​​ສຳຄັນດ້ານ​ການ​ເມືອງສະບັບ​ທີ 4 ລະຫວ່າງ​ຈີນ​ຍີ່​ປຸ່ນ. ນີ້​ມີ​ຄວາມ​ໝາຍ​ຕົວ​ຈິງ​ອັນ​​ໃຫຍ່ຫຼວງ​ແລະ​ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ປັບປຸງ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ພົວພັນ​ຈີນ​ຍີ່​ປຸ່ນ, ​​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ຍີ່​ປຸ່ນ, ລົງ​ເລິກ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ຍີ່​ປຸ່ນຢ່າງ​ຮອບດ້ານ​.

ຖັດມາ, ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ລົງ​ເລິກການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ​ແລະ​ໄດ້​ປັບປຸງ​ພື້ນຖານ​ວັດຖຸ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ຈີນຍີ່​ປຸ່ນ. ທ່ານ​ຫູ​ຈິນທ່າວ​ກ່າວ​ເນັ້ນວ່າ, ຈີນ​ຍີ່​ປຸ່ນຕ່າງ​ເປັນໜຶ່ງ​ໃນ​ຄູ່​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ທີ່​ສຳຄັນ​ກວ່າ​ໝູ່, ສອງ​ຝ່າຍ​ຄວນ​ເສີມ​ຂະຫຍາຍ​ທ່າ​​ແຮງ​ທີ່​ຄ້ຳ​ຊູກັນ​ດ້ານ​ເສດຖະກິດ​ຢ່າງ​ເຕັມ​ສ່ວນ, ​ເຮັດ​ໃຫ້​ເສດຖະກິດ​ການ​ຄ້າ​ຈີນ​ຍີ່​ປຸ່ນກ້າວ​ກະ​ໂດດ​ຈາກ​ດ້ານ​ປະລິມານ​ຂຶ້ນ​ເປັນດ້ານ​ຄຸນ​ນະພາ​ບ. ທ່ານ​ຫູ​ຈີນ​ທ່າວ​ສະ​ເໜີ​ວ່າ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຕັ້ງໜ້າ​ເຂົ້າຮ່ວມ​ຂະ​ບວນການ​ພັດທະນາ​ພາກ​ພື້ນ​ຂອງ​ຈີນ, ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ເສດຖະກິດ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.

ອັນ​ທີ​ສາມ, ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ເພີ່ມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ສ້າງ​ພື້ນຖານ​ສັງຄົມ​ຂອງ​ການ​ພົວພັນ​ຈີ​ນຍີ່​ປຸ່ນ​ໃຫ້​ໝັ້ນຄົງ. ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ, ​ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ, ມິດຕະພາບຈີນ​ຍີ່​ປຸ່ນກໍ່​ແມ່ນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ວິທີ​ທີ່​ບັງ​ເກີດ​ຜົນ​ກວ່າ​ໝູ່​ແລະ​ໄວ້​ໃຈ​ໄດ້​ກວ່າ​ໝູ່​ໃນການ​ເພີ່ມຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ ກໍ່​ແມ່ນ​ເປີດ​ກວ້າງ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ຂອງ​ປະຊາຊົນ​ຈີນ, ​ເປັນ​ຂອງ​ປະຊາຊົນ​ອາຊີ​, ​ກໍເປັນ​ຂອງ​ປະຊາຊົນ​ທົ່ວໂລກ. ຈີນ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ລະດັບ​ສູງ​ແລະ​ມີ​ສີສັນ​ພິ​ເສດ​ຄັ້ງໜຶ່ງ. ບຸກຄົນ​ວົງ​ການ​ຕ່າງ​ໆ​ຂອງ​ຍີ່​ປຸ່ນພາກັນ​ກ່າວ​ວ່າ, ຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນ, ​ແລະ​ອວຍພອນ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ, ຍິນດີ​ອອກ​ແຮງສະໜອງ​ການສະໜັບ​ສະ​ໜູນ​ແລະການ​ຮ່ວມ​ມື​ໃຫ້​ແກ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.
ສຸດ​ທ້າຍ, ​ໄດ້​ເປີດ​ກວ້າງຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ໃນ​ວຽກ​ງານ​ພາກພ​ພື້ນ​​ແລະ​ສາກົນ, ​ແລະ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ. ທ່ານ​ປະທານຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ, ຄວາມ​ຈະ​ເລີ​ນຂອງ​ອາຊີຈະ​ຕັດ​ແຍກ​ອອກ​ຈາກ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ແລະ​ຍີ່​ປຸ່ນບໍ່​ໄດ້. ສອງ​ຝ່າຍ​ຕົກລົງປະຕິບັດ​ຕາມ​ຫຼັກການ​ທີ່​ໄຂ​ປະ​ຕູ ​ໂປ່​ງໄສ ​ແລະຕ່າງ​ຝ່າຍ​ຕ່າງ​ຍອມຮັບ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນອາຊີ​ຕາ​ເວັນ​ອອກ, ພ້ອມ​ກັນ​ຊຸກ​ຍູ້​ການ​ສ້າງ​ອາຊີ​ທີ່ມີ​ສັນຕິພາບ ຈະ​ເລີ​ນຮຸ່ງ​ເຮືອງ ໝັ້ນທ່ຽງ​ແລະ​ໄຂ​ປະຕູ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່​ມທະວີ​ການ​ຮ່ວມ​ມື​ທີ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ຮ່ວມ​ມື​​ໃນ​ການ​ຂົງ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ແລະ​​ໄດ້​ປະກາດ​ຖະ​ແຫຼງການ​ຮ່ວມ​ທີ່​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ໃນ​ຕອນ​ມ້ວນ​ທ້າຍຂອງ​ການ​ສຳພາດ, ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ການ​ຢ້ຽມຢາມ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທ່າວ​ເທື່ອ​ນີ້​ໄດ້​ສ້າງ​ພາບ​ໃໝ່​ແຫ່ງ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​​ແລະຍີ່​ປຸ່ນ, ​ໄດ້​ຮັບ​ໝາກຜົນ​ທີ່​ຈົບງາມ. ຄົນ​ທັງ​ຫຼາຍມີ​ເຫດຜົນ​ຄອງ​ຄອຍ​ວ່າ, ການ​ພົວພັນ​ຈີ​ນຍີ່​ປຸ່ນຈະ​ອົບ​ອຸ່ນ​ຕະຫຼອດ.