ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 19:03:59    
ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ເຕີບ​ໂຕ​ຊ້າ​ລົງ​ຈະ​ບໍ່​ສົ່ງ​ຜົນ​ສະ​ທ້ອນ​ຫຼາຍ​ຕໍ່​ເສດ​ຖະ​ກິດ​ຈີນ

cri
ຕາມ​ຂ່າວ CRI: ວັນ​ທີ 11 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິ​ນອີ້​ຟູ່ ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ທີ່​ຈະ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ນັກ​ເສດ​ຖະ​ສາດ​ທີ​ໜຶ່ງ​ຂອງ​ທະນາຄານ​ໂລກ​ໃນ​ທ້າຍ​ເດືອນນີ້​ກ່າວ​ວ່າ, ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາຊ້າ​ລົງ​ຈະບໍ່ສົ່ງ​ຜົນ​ສະທ້ອນ​ຫຼາຍຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ.

ໃນ​ເວທີ​ປາ​ໄສ​ການ​ລົງທຶນ​ອາຊີ​ຕາ​ເວັນ​ອອກ​ປີ 2008 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ລິນ​ອີ້​ຟູ​ກ່າວ​ວ່າ, ​ສິນຄ້າ​ທີ່​ຈີນສົ່ງ​ອອກ​ໄປອາ​​ເມ​ລິ​ກາ​ຕົ້ນ​ຕໍ​ແມ່ນ​ເຄື່ອງ​ໃຊ້​ປະຈຳ​ວັນທີ່​ຈຳ​ເປັນ, ​ແມ່ນ​ສິນ​ຄ້າ​ທີ່​ຜູ້​ບໍລິ​ໂພ​ກທຳ​ມະ​ດາ​ບໍ່​ວ່າ​ມີລາຍ​ໄດ້​ສູງຫຼືຕ່ຳ​ລ້ວນ​ແຕ່​ຕ້ອງການ. ສະ​ນັ້ນ, ​ເຖິງ​ວ່າ, ​ເສດຖະກິດ​ອາ​ເມ​ລິ​ກາ​​ເຕີບ​ໂຕ​ຊ້າ​ລົງ, ກໍ່​ຈະບໍ່​​ມີ​ຜົນ​ສະ​ທ້ອນຫຼາຍຕໍ່​ຄວາມ​ຕ້ອງການ​ຕໍ່​ສິນຄ້າ​ຈີນ. ທ່ານ​ຄາດ​ຄະ​ເນ​ວ່າ, ​ໃນ​ໄລຍະມໍ່ໆ​ນີ້, ການ​ຄ້າ​ຂາ​ອອກ​ຂອງ​ຈີນ​ຕໍ່​ອາ​ເມ​ລິ​ກາ​ອາດ​ຈະ​​ເພີ່ມ​ຂຶ້ນ​ຊ້າ​ລົງ, ​ແຕ່​ຈະ​ບໍ່​ໜ້ອຍ​ລົງ.