ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 19:09:22    
ກຽດ​ໂອ​ລິມ​ປິກ​ແມ່ນ​ຂອງ​ທົ່ວ​ໂລກ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ວັນ​ທີ 11 ພຶດສະພາ​ນີ້​​ໄດ້ພິມ​ບົດ​ຄວາມ​ຂຽນ​ວ່າ: ກຽດ​​ໂອ​ລິ​ມປິກ​ແມ່ນ​ຂອງ​ທົ່ວ​ໂລກ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ​ເວລາ​ຢ້ຽມຢາມ​ຍີ່​ປຸ່ນ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ: "ຜ່ານ​ໄປ 20 ປີ, ງານ​ກິລາ​ໂອ​ລິ​ມປິກ​ຈະ​ໄດ້ຈັດ​ຂຶ້ນ​ຢູ່​ອາຊີ​ເປັນ​ເທື່ອ​ທີ 3, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ແມ່ນ​ງານ​ຂອງ​ປະຊາຊົນ​ຈີນ​ທໍ່​ນັ້ນ, ກໍ່​ແມ່ນ​ງານຂອງ​ປະຊາຊົນ​ອາຊີ​ເຊິ່ງ​ລວມ​ທັງ​ປະຊາຊົນ​ຍີ່​ປຸ່ນ,​ແລະແມ່ນ​ງານ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ".

ບົດ​ຄວາມ​ຂຽນ​ວ່າ, ກິລາ​ໂອ​ລິ​ມປິກ​ແມ່ນ​ຊັບ​ສົມບັດ​ຮ່ວມ​ຂອງ​ທົ່ວມວນ​ມະນຸດ. ການ​ທີ່ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຕົກລົງ​ຫົວ​ຂໍ້​ເປັນ "​ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ", ກໍ່​​ຍ້ອນຈີນ​ເຂົ້າ​ໃຈ​ທາດ​​ແທ້​ຂອງ​ນ້ຳ​ໃຈ​ໂອ​ລິ​ມປິກ​ຢ່າງ​ເລິກ​ເຊິ່ງ, ​ຮັບ​ຮອງ​ຄຸນຄ່າ​ອັນ​ສູງ​ສົ່ງ​ຂອງ​ມວນ​ມະ​ນຸດ​ເພື່ອ​ສະ​ແຫວ​ງຫາ​ອະນາຄົດ​ອັນ​ດີງາມ, ​ແລະ​ຫວັງ​ຢາກ​ເຊື່ອມ​ໂຍງ​ເຂົ້າ​ໃນ​ໂລກ​ໃຫ້ດີກ​ວ່າ​ເກົ່າ​ໃນ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ຕື່ມ​ອີກ.