ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 19:19:07    
ສື່​ມວນ​ຊົນ​ສິງ​ກະ​ໂປ, ທວນ​ໄຟ​ໂອ​ລິມ​ປິກ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມະ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ສັງ​ລວມ​ຂອງ​ຈີນ

cri
ຕາມ​ຂ່າວ CRI: ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 11 ພຶດສະພາ​ນີ້​ໄດ້​ພິມ​ບົດວິຈານທີ່​ພາດ​ຫົວ​ເລື່ອງ​ວ່າ "ດ້ານ​ຕ່າງໆ​ຂອງ​ທວນ​ໄຟ​ງານ​​ກິລາໂອ​ລິ​ມປິກ​ຂຶ້ນ​ຈອມ​ພູ​ໂຈໂມ​ລັງມະ",​ໂດຍເຫັນ​ວ່າ, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມະ​ໄດ້​ສະ​ແດງ​​ໃຫ້​ເຫັນ​ກຳລັງ​ສັງ​ລວມ​ຂອງ​ຈີນ.

ບົດ​ວິຈານ​ຂຽນ​ວ່າ, ການ​ປ່ຽນ​ແປງ​ຂອງ​ຈີນ​ແມ່ນ​ຄ່ອຍໆເກີດ​ຂຶ້ນນຳ​ຊູ່​ມື້, ຜ່ານ​ກິດຈະກຳ​ຂະ​ໜາດ​ໃຫຍ່​ຈະ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ດ້ານ​ລວມ, ງານ​ໂອ​ລິມປິກຈະ​ແມ່ນ​​ເວທີ​ທີ່​ດີກ​ວ່າ​ໝູ່. ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ມີ​ຊັບ​ພະ​ຍາ​ກອນ​ມະນຸດ​ໃນ​ດ້ານ​ເຕັກນິກ​​ຂໍ້​ມູນ​ຂ່າວສານ​ແລະ​ວິທະຍາສາດ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ. ​ໂດຍ​ຜ່ານ​ໂທລະພາບ​, ວົງ​ການ​ພາຍ​ນອກ​ໄດ້​​ເຫັນ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ທີ່​ທຸ່ມ​ເທ​ເຫື່ອ​ແຮງ​ເພື່ອ​ບັນລຸ​ເປົ້າ​ໝາຍ.