ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 14:41:21    
ຕະ​ຫຼາດ​ບໍ​ລິ​ໂພກ​ຈີນ​ຈະ​ນຳ​ເອົາ​ໂອ​ກາດ​ມາ​ໃຫ້​ໂລກ

cri
ຕາມ​ຂ່າວ​ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ຕ່າງປະ​ເທດ: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ເວທີ​ປາ​ໄສທ່ານ​ອີ​ກວາງ​ໂຈ່​ວ, ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ, ຕະຫຼາດບໍລິ​ໂພ​ກຈີນ​​ແມ່ນ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ໃນ​ເວລາ​ທີ່​ສົ່ງ​ຜົນ​ດີ​ຕໍ່ການ​ພັດທະນາ​ຂອງ​ເສດຖະກິດພາຍ​ໃນ, ກໍ່​ຍັງໄດ້​ນຳ​ເອົາ​ໂອກາດທີ່​ດີ​ໃຫ້​ແກ່​ໂລກອີກ.

​ທ່ານ​ອີ​ກວາງ​ໂຈ່​ວກ່າວ​ວ່າ, ຈີນ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ຕະຫຼາດບໍລິ​ໂພ​ກ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ໃນ​ໂລກ, ນັບ​ແຕ່​ປີ 1978 ​ເປັນ​ຕົ້ນ​ມາ, ຈັງຫວະ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ​ສູງ​ເຖິງ 14,4%, ​ແມ່ນ 3 ​ເທົ່າ​ຂອງ​ລະດັບ​ສະ​ເລ່ຍ​​ໂລກ. ປະຈຸ​ບັນ, ​ການ​ເຕີບ​ໂຕ​ຂອງເສດຖະກິດ​ໂລກ​ຊ້າ​ລົງ​, ການ​ເຕີບ​ໂຕຂອງການ​ບໍລິ​ໂພ​ກຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຕົ້ນຕໍຊ້າ​ລົງ. ​ເມື່ອ​ທຽບ​ກັນ​ແລ້ວ, ຕະຫຼາດບໍລິ​ໂພກຈີນຍັງມີ​ຊີວິດ​ຊີວາຫຼາຍ. ນີ້​ຈະ​ນຳ​ເອົາ​ໂອກາດ​ສົ່ງ​ສິນຄ້າ​ໄປ​ຂາຍ​ໃຫ້ຈີນ​​ແກ່ປະ​ເທດ​ຕ່າງໆ.