ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 15:23:57    
ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ​ດາ​ຟູ​ແມ່ນ​ເລື່ອງ​ທີ່​ຄວາມ​ເຮັດ​ຢ່າງ​ຮີບ​ດ່ວນ

cri
ຕອນ​ບ່າຍ​ວັນ​ທີ 10 ພຶດສະພາ​ນີ້, ສະມາຊິກ​ກຸ່ມ​ໜຶ່ງ​ຂອງ​ອົງການ "ຂະ​ບວນການ​ຍຸດຕິທຳ​ແລະ​ສະ​ເໝີ​ພາບຫຼື JEM" ​ເຊິ່ງ​ເປັນ​ອົງການ​ຕ້ານ​ລັດຖະບານ​ຢູ່​ດາ​ຟູ​ໄດ້​ລັກລອບ​ເຂົ້າ​ເຂດ​ອົມ​ເດີ​ມັນ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຄາ​ທູມ ນະຄອນຫຼວງ​ຊູ​ດັງ, ​ເຈດ​ຕະນາ​ກໍ່​ການຫຼອນ​ໂຈມ​ຕີ​ແລະ​ການ​ເຄື່ອນ​ໄຫວ​ທຳລາຍ, ​ແລະ​ເກີດ​ການ​ປະ​ທະ​ກັນ​ກັບ​ກອງ​ທະຫານ​ລັດຖະບານ. ຫຼັງຈາກ​ໄດ້​ຍິງ​ກັນ​ເປັນ​ເວລາ 5 ຊົ່ວ​ໂມງ​ແລ້ວ, ລັດຖະບານ​ຊູ​ດັງ​ໄດ້​ປາບ​ກົນອຸບາຍ​ຂອງ​ກຸ່ມ​ປະກອບ​ ອາວຸດ​ຕ້ານ​ລັດຖະບານ, ສັງຫານ​ແລະ​ຈັບ​ພວກ​ປະກອບ​ກຳລັງ​ອາວຸດ​ໄດ້ຫຼາຍຄົນ. ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ໂອ​ມາ ອັນ ​ເບ​ເຊຍ ປະທາ​ນາທິ​ບໍດີ​ຊູ​ດັງ​ປະກາດ​ຕັດ​ສາຍ​ສຳພັນ​ທາງ​ການ​ທູ​ດກັບ​ຈາດ. ທ່ານ​ກ່າວ​ວ່າ, ຈາດ​ຕ້ອງ​ຮັບຜິດຊອບ​ຕໍ່​ສະມາຊິກ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຂອງ​ດາ​ຟູທີ່​ເຂົ້າ​ຄາ​ທູມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳລາຍ. ມື້​ດຽວ​ກັນ, ລັດຖະບານ​ຈາດ​ອອກ​ຖະ​ແຫຼງການ, ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ລັດຖະບານ​ຊູ​ດັງ​ທີ່​ຕັດສິນ​ໃຈ​ແບບ​ບໍ່​ຮອບ​ຄອບ. ກ່ອນ​ນີ້​ມື້ໜຶ່ງ, ຈາດ​ປະຕິ​ເສດ​ບໍ່​ຮັບຮູ້​ວ່າ​ໄດ້​ສະໜັບສະໜູນ​ກຸ່ມ​ປະ​ກອບ​ອາວຸດ​ຕ້ານ​ລັດຖະບານ​ຂອງດາ​ຟູ​ໄປໂຈມ​ຕີ​ຄາ​ທູມ.

ນັກວິ​ເຄາະ​ຊີ້​ອອກ​ວ່າ, ​ເຫດການ​ເທື່ອ​ນີ້​ແມ່ນ​ກຸ່ມ​ປະກອບ​ອາວຸດຕ້ານ​ລັດຖະບານ​ໂຈມ​ຕີ​ນະຄອນ​ຫຼວງ​ເປັນ​ເທື່ອ​ທຳ​ອິດນັບ​ແຕ່​ເດືອນ​ກຸມພາ​ປີ 2003 ​ທີ່ເກີດ​ການ​ປະ​ທະ​ກັນດາ​ຟູ​ເປັນ​ຕົ້ນ​ມາ, ນີ້​ຈະ​ເຮັດ​ໃຫ້​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຍິ່ງ​ເປັນ​ປໍ​ລະ​ປັກ​ກັບ​ລັດຖະບານ​ໜັກ​ຂຶ້ນ, ​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງ​ກັນ​ລະຫວ່າງ​ສອງ​ຝ່າຍ​ຮ້າຍ​ແຮງ​ກວ່າ​ເກົ່າ. ອີກ​ດ້ານ​ໜຶ່ງ, ມັນ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ການຊຸກ​ຍູ້​ຂະ​ບວນການ​ການ​​ເມືອງ​ເພື່ອ​​ແກ້​ໄຂ​ບັນ​ຫາ​ດາ​ຟູ​ໂດຍ​ໄວ, ຊຸກ​ຍູ້​ໃຫ້​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ແມ່ນ​ເລື່ອງ​ທີ່ຄວນ​ເຮັດ​ດ່ວນ​ທີ່​ສຸດ.

ພາຍຫຼັງ​ເກີດ​ເຫດການ​​ເທື່ອ​ນີ້​ແລ້ວ,ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຕ້ານ​ລັດຖະບານ​ຂອງ​ດາ​ຟູ​ຈຶ່ງ​ຫັນ​ມາ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ​ນັ້ນ​ຄືນ​ໃໝ່.​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກໍ່​ກ່າວ​ວ່າ,​ຫວັງ​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ​ໂດຍ​ໄວ,​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​ຊູ​ດັງ,​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ດາ​ຟູ​ຢ່າງ​ຮອບ​ດ້ານ​​ໂດຍ​ໄວ,​ເຮັດ​ໃຫ້​ເຂດ​ດາ​ຟູ​ບັນ​ລຸ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ.

ໃນ​ການ​ແກ້​ໄຂ​ບັນຫາ​ດາ​ຟູ,ປະຊາ​ຄົມ​ໂລກ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຍຸດ​ທະ​ສາດ​ສອງລາງ​ນັ້ນ​ໂດຍ​ທົ່ວ​ໄປ,ນັ້ນກໍ​ຄື ຊຸກຍູ້​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ກັບ​ຂະ​ບວນ​ວິ​ວັດ​ທາງ​ການ​ເມືອງ​ດຳ​ເນີນ​ຢູ່​ເຂດ​ດາ​ຟູ​ພ້ອມ​ກັນ.​ແຕ່​ສັງ​ເກດ​ຈາກ​ສະ​ພາບ​ປະຈຸ​ບັນ​ນີ້​ແລ້ວ​ເຫັນ​ວ່າ,ຂະ​ບວນ​ວິ​ວັດ​ການ​ເມືອງ​ໄດ້​ຊ້າ​ກວ່າ​ຂະ​ບວນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢ່າງ​ເດັ່ນ​ຊັດ.ສະ​ນັ້ນ,​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຄວນ​​ແກ້​ໄຂ​ກຳ​ລັງ​ທີ່​ຂວ້ຳບາດ​ຂະ​ບວນ​ວິ​ວັດ​ການ​ເມືອງ​ໂດຍ​ໄວ,​ຊຸກ​ຍູ້​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​ການ​ເມືອງ​ໂດຍ​ໄວ.

​ເຫດການ​ເທື່ອ​ນີ້​ຍັງ​ພາ​ໃຫ້​ຊູ​ດັງ​ຕັດ​ສາຍ​ສຳພັນ​ທາງ​ການ​ທູດ​ກັບປະ​ເທດ​ຈາດ,​ແຕ່​ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ຕໍ່​ໄປ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຊ່ອງ​ຫວ່າງ​ທີ່​ຈະ​ໄດ້ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ,​ຊູ​ດັງ​ກັບ​ຈາດ​ຄວນ​ຕັ້ງ​ໜ້າ​ສົນ​ທະ​ນາ​ກັນ,​ແກ້​ໄຂຄວາມ​ເຂົ້າ​ໃຈ​ຜິດ,​ເພື່ອ​ປະຕິ​ບັດ​ສັນຍາ​ສັນຕິພາບ​ຢ່າງ​ແທ້​ຈິງ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ດາ​ຟູ.