ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 14:56:35    
ການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິບັດ​ຕົວ​ຈິງ

cri

ວັນ​ທີ 11 ພຶດສະພາ​ນີ້, ບໍລິສັດຈີນ​ຍົນ​ໂດຍສານ​ຈຳກັດ​ທີ່​ຮັບຜິດຊອບ​ການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຊຽງ​ໄຮ້​ຢ່າງ​ເປັນ​ທາງ​ການ, ​​ນີ້​ໝາຍ​ຄວາມ​ວ່າການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິບັດ​ຕົວ​ຈິງ. ຕໍ່​ໄປ​ເຊິ​ນຟັງ​ແຈ້ງ​ຂ່າວ​ລະອຽດ:

ປີ 2007, ລັດຖະບານ​ຈີນ​ໄດ້​ອະນຸມັດ​ໂຄງການ​ພິ​ເສດ​ສຳຄັນ​ທີ່​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່. ຍົນ​ໂດຍສານ​ຂະໜາດ​ໃຫຍ່​ທີ່​ຈີນ​ຈະ​ຄົ້ນຄວ້າ​ຜະລິດ​ນັ້ນ​ແມ່ນ​ຍົນອາຍ​ພົ່ນ​ທີ່​ສາມາດ​ບັນທຸກ​ຄົນ​ໂດ​ຍສານ​ຫຼາຍ​ກວ່າ​ຮ້ອຍ​ຄົນ. ມັນ​ຈະ​ເປັນ​ຍົນ​ສຳຄັນ​ທີ່​ບໍລິສັດ​ການບິນ​ນຳ​ໃຊ້​ຫຼາຍ​ທີ່​ສຸດ. ປັດຈຸບັນ, ​ໃນ​ທົ່ວ​ໂລກ​ມີ​ແຕ່​ອາ​ເມ​ລິ​ກາ​​ແລະ​ໜ້ອຍ​ປະ​ເທດ​ທີ່​ສຸດ​ທີ່​ມີ​ຄວາມ​ສາມາດ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ໄດ້, ຍົນ​ໂດຍສານ​ຂະໜາດ​ໃຫຍ່​ທີ່ຊື້​ຂາຍ​ໃນ​ຕະຫຼາດ​ສາກົນ​ມີ​ແຕ່​ຍົນ​​ໃບ​ອີງ​ຂອງ​ອາ​ເມ​ລິ​ກາ​ແລະ​ຍົນ​​ແອ​ບັສຂອງ​ເອີ​ລົບ.

​ໃນ​ກອງ​ປະຊຸມ​ສ້າງ​ຕັ້ງ​ບໍລິສັດ​ຈີນ​ຍົນ​ໂດຍສານ​ຈຳກັດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ຈ່າງ​ເຕີ​ຈ່ຽງ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະ​ເລັ່ງລັດ​ຊຸກຍູ້​ວຽກ​ງານ​​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່, ຍ້ອນ​ວ່າ​ຈີນ​ມີ​ຄວາມ​ຕ້ອງການ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ການ​ຂົນ​ສົ່ງທາງ​ອາກາດ, ພ້ອມ​ກັນ​ນັ້ນ​ກໍ​ຢາກ​​ໃຫ້​ເປັນ​ໂອກາດ​ພັດທະນາຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ທ່ານ​ກ່າວ​ວ່າ:

"ບໍລິສັດ​ຈີນ​ຍົນ​ໂດຍສານ​ຈຳກັດຕ້ອງ​ຍຶດໝັ້ນ​ການ​ປະດິດ​ສ້າງ​ໃໝ່​ດ້ວຍ​ຕົນ​ເອງ, ​ເລັ່ງລັດ​ຈັດ​ຕັ້ງ​ການ​ປະຕິບັດ​ຄົ້ນຄວ້າ​ເຕັກ​ນິກທີ່​ເປັນຂໍ​ກະ​ແຈ, ​ເພື່ອ​ຮັບປະກັນ​ຄວາມ​​ໄວ​ຂອງການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່. ພ້ອມ​ກັນ​ນັ້ນ, ​ໂດຍ​ຜ່ານ​ການ​ນຳ​ໃຊ້​ເຕັກນິກ​ໃໝ່, ອຸປະກອນ​ໃໝ່​ແລະ​ຝີ​ມື​ໃໝ່, ຮັບປະກັນ​ໃຫ້​ຍົນ​ ​ທີ່​ຄົ້ນຄວ້າ​ຜະລິດ​ອອກ​ນັ້ນ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານຄວາມ ປອດ​ໄພ, ການ​ໄວ້​ໃຈ​ໄດ້, ປະຢັດ, ສະດວກ​ສະບາຍ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ."

ບໍລິສັດຈີນ​ຍົນ​ໂດຍສານ​ຈຳກັດທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ນັ້ນ​ມີ​ຕົ້ນ​ທຶນ​ຂຶ້ນ​ທະບຽນ 19 ຕື້​ຢວນຫຼື​ປະມານ 2 ຕື້ 700 ລ້ານ​ໂດ​ລາ. ທ່ານ​ຈ່າງ​ຊິງ​ເວ​​ແມ່ນປະທານ​ຄະນະ​ບໍລິຫານຂອງ​ບໍລິສັດ​ດັ່ງ​ກ່າວ. ກ່ອນ​ໜ້າ​ນີ້, ທ່ານ​​​ໄດ້​ເຂົ້າ​ຮ່ວມ​ການຈັດ​ຕັ້ງ​ໂຄງການ​ການ​ບິນ​ອະວະກາດ​ທີ່ບັນທຸກ​ມະນຸດ​ຄົນ​ແລະ​​ໂຄງການ​ສຳ​ຫຼວດ​ດວງ​ຈັນ​ຂອງ​ຈີນ, ມີ​ປະສົບ​ປະການ​ສູງໃນ​ຂົງ​ເຂດ​ການບິນ​ແລະ​ການບິນ​ອະວະກາດ. ທ່ານ​ກ່າວ​ວ່າ, ພາຍຫຼັງ​ການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ສຳ​ເລັດ​ຜົນ​ແລ້ວ, ບໍລິສັດ​ຈີນ​ຍົນ​ໂດຍສານ​ຈຳກັດຍັງ​ຈະ​ສຸມ​ກຳລັງ​ດ້ານຍົນ​ໂດຍສານ​ຂະໜາດ​ໃຫຍ່ປະສົບ​ຜົນສຳ​ເລັດ​ດີ, ​​ເພື່ອເຮັດ​ໃຫ້​ບໍລິສັດ​ດັ່ງກ່າວ​ກາຍ​ເປັນ​ຜູ້​ຜະລິດ​ຍົນ​ໂດຍສານ​ທີ່​ມີ​ຄວາມ​ສາດ​ມາດ​ແຂ່ງຂັນ​​ໃນສາກົນ.

ທ່ານ​ຈິ່ງ​ຈວ້າງຫຼົງ ຜູ້​ຈັດການ​ໃຫຍ່​ຂອງບໍລິສັດ​ຈີນ​ຍົນ​ໂດຍສານ​ຈຳກັດກ່າວ​ວ່າ, ​ໃຕ້​ສະພາບ​ການ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ, ຈີນ​ຈະ​ນຳ​ໃຊ້​ຊັບພະຍາກອນ​ທົ່ວ​ໂລກ​ຢ່າງ​ເຕັມທີ່ເພື່ອ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​, ​ແລະ​​ເຊີນຊວນິ​ຂະ​ແໜງ​ດຽວ​ກັນ​ຂອງຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ຄົ້ນຄວ້າ​ຜະລິດ.

"ພວກຂ້າພະ​ເຈົ້າ​ຕ້ອງພິຈາລະນາ​ເຖິງ​ການ​ນຳ​​ໃຊ້​ຊັບພະຍາກອນ​ການບິນ​ທີ່​ປະ​ເທດ​ພວກ​ຂ້າພະ​ເຈົ້າ​ມີ​ຢູ່​ໃນ​ປັດຈຸບັນ​ເພື່ອ​ພັດທະນາ​ໂຄງການ​ຍົນ​ໂດຍສານ​ຂະໜາດ​ໃຫຍ່, ຍັງ​ຕ້ອງ​ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ​ສູ່​ພາຍ​ນອກ, ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ​ໃນ​ດ້ານ​ການ​ຜະລິດ​ອຸປະກອນ​ແລະ​ອາ​ໄຫຼ່ຍົນ, ຈະ​ມີ​ພໍ່ຄ້າ​ສະໜອງຕ່າງປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ. ​ໃນ​ບັນຫາ​ບຸກຄະລາ​ກອນ, ພວກ​ຂ້າພະ​ເຈົ້າກໍ​​ເຊີນຊວນຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ມາ​ເຂົ້າ​ຮ່ວມ​ກິດຈະການ​ພັດທະນາ​ການ​ຄົ້ນ​ຄວ້າ​ຜະລິດ​ຍົນ​ໂດຍສານ​ຂອງ​ພວກ​ຂ້າພະ​ເຈົ້າ."

ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ເຜີຍ​ແຜ່​ບົດ​ຄວາມ​ຂຽນ​ວ່າ, ການ​ຄົ້ນຄວ້າ​ຜະລິດ​ຍົນ​ຂະໜາດ​ໃຫຍ່​ຈະ​ຍົກ​ລະດັບ​ເຕັກນິກ​ວິທະຍາສາດ​​ເຕັກນິກຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຮອບດ້ານ​ແລະ​ຫຼວງ​ຫຼາຍ. ທ່ານ​ສະ​ເໜີ​ວ່າ, ຈີນ​ຄົ້ນຄວ້າ​ຜະລິດ​ຍົນ​ຂະໜາດ​ໃຫຍ່​ຕ້ອງ​ຍຶດໝັ້ນ​ລັກສະນະ​ຄວາມ​ປອດ​ໄພ​ແລະລັກສະນະ​ປະຢັດ​​ໄປ​ຄຽງ​ຄູ່​ກັນ; ​ໃນ​ເວລາ​ຍຶດໝັ້ນ​ການ​ປະດິດ​ສ້າງ​ໃໝ່​ດ້ວຍ​ຕົນ​ເອງ, ຮ່ຳຮຽນ​ແລະ​ນຳ​ໃຊ້​ເຕັກນິກ​ທັນ​ສະ​ໄໝ​ສາກົນ; ຍັງ​ຈະ​ປະ​ເຊີນ​ກັບ​ຄວາມ​ຕ້ອງການ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​​ແບບຂອງ​ຕະຫຼາດ​ຈີນ​ແລະ​ຕ່າງປະ​ເທດ, ຕ້ອງສ້າງ​​ຂະ​ແໜງ​ການ​ຍົນ​​ໂດຍສານຂະໜາດ​ໃຫຍ່​ທີ່​ຄົບ​ຖ້ວນ​ແລະ​ສ້າງ​ລະບົບ​ບໍລິການ​ພາຍ​ຫຼັງການ​ຂາຍ​ທີ່​ມີ​ມາດຕະຖານ​ສູງ.